ໃນລະຫວ່າງວັນທີ 2-3 ພຶດສະພາ 2023 ນີ້, ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາດສາດ ຂັ້ນວິຊາການ ໃນຫົວຂໍ້: ເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ແລະ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາທ່ານ ປະທານ-ຮອງປະທານກໍາມາທິການ, ລັດຖະມົນຕີ-ຮອງລັດຖະມົນຕີ, ຕາງໜ້າຄະນະເລຂາທິການ, ຄະນະກົມ, ຄະນະພະແນກ, ປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ ທີ່ເປັນກໍາມະການເສດຖະກິດ, ແຜນການ ແລະ ການເງິນ ພ້ອມດ້ວຍພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກບັນດາທ່ານຮອງລັດຖະມົນຕີທີ່ກ່ຽວຂ້ອງເປັນຕົ້ນ: ສະພາບການຈັດສັນງົບປະມານການລົງທຶນຂອງລັດປີ 2023; ສະພາບການຈັດສັນ ບ້ວງຈົດຮັບ-ຈົດຈ່າຍ ແລະ ລົງທຶນອື່ນໆປີ 2023 ທີ່ກະຊວງການເງິນຄຸ້ມຄອງ; ສະພາບການຈັດສັນງົບປະມານ ໂຄງການລົງທຶນຂອງລັດ ບ້ວງກອງທຶນທາງ ປີ 2023 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງຄຸ້ມຄອງ; ສະພາບການຈັດສັນງົບປະມານ ໂຄງການລົງທຶນຂອງລັດ ບ້ວງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປີ 2023 ທີ່ກະຊວງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງ; ສະພາບການຈັດສັນງົບປະມານ ໂຄງການລົງທຶນຂອງລັດ ບ້ວງໄພພິບັດ ປີ 2023 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມຄອງ; ສະພາບການຈັດສັນງົບປະມານ ແລະ ຄຸ້ມຄອງ ກອງທຶນຄົ້ນຄວ້າວິທະຍາສາດ ປີ 2023 ທີ່ກະຊວງສຶກສາທິການ ແລະ ກິລາ ຄຸ້ມຄອງ.

ຂະນະທີ່ທ່ານ ປະທານກອງປະຊຸມ ກໍໄດ້ມີຄໍາເຫັນຊີ້ນໍາກ່ຽວກັບຂໍ້ມູນສໍາລັບຮັບໃຊ້ການລົງທຶນຂອງລັດ ທີ່ີບໍ່ທັນຈະແຈ້ງ, ກົນໄກ, ຂັ້ນຂອດ ທີ່ຕິດພັນກັບແບບແຜນເຮັດວຽກ ຂອງແຕ່ລະຂັ້ນ ແລະ ຂະແໜງການຈໍານວນໜຶ່ງ ຄວນໄດ້ຮັບການເອົາໃຈໃສ່ແກ້ໄຂ ເຊິ່ງໃນນີ້ ຫາກລົງເລິກ ຫຼື ວິເຄາະວິໄຈແລ້ວ ການປະຕິບັດຕາມກົດໝາຍ ບາງກົດໝາຍ ບໍ່ທັນຖືກຕ້ອງ ແລະ ສັກສິດ, ການແບ່ງຂັ້ນນັ້ນ ແບ່ງແລ້ວ ແຕ່ການປະຕິບັດຕົວຈິງ ຍັງບໍ່ທັນໄປຕາມຕົວຈິງ ຈຶ່ງສະເໜີໃຫ້ກົມກ່ຽວຂ້ອງ ຂອງກະຊວງຕ່າງໆ ສືບຕໍ່ຄົ້ນຄວ້າ ແລະ ສໍາລັບການສະເໜີຂອງທ້ອງຖິ່ນ ກ່ຽວກັບນິຕິກໍາຈໍານວນໜຶ່ງ ມີອັນທັບຊ້ອນ ຍັງແຕະຕ້ອງກັນ ແລະ ກັນນັ້ນ ໃຫ້ສະເໜີເປັນລາຍລັກອັກສອນ ວ່ານິຕິກໍາໃດ ແລະ ມາດຕາໃດ ເພື່ອເປັນບ່ອນອີງໃຫ້ຂັ້ນເທິງ ສືບຕໍ່ຄົ້ນຄວ້າປັບປຸງ.

#ໂດຍ: ອາລົມດີ.