loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ເຊກອງ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ 3 ເຂດຈຸດສຸມພັດທະນາ

​ກ.ກ. 13, 2023 | ເຂດ 16 ເຊກອງ

                 ໃນລະຫວ່າງວັນທີ 10-11 ກໍລະກົດ 2023 ຜ່ານມານີ້ ສະພາປະຊາຊົນແຂວງ ເຊກອງ (ສພຂ) ນໍາໂດຍ ທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາ, ຮອງປະທານ ສພຂ ພ້ອມດ້ວຍຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ໄດ້ສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າຢູ່ 3 ເຂດຈຸດສຸມພັດທະນາ ຂອງເມືອງ ກະລຶມຄື: ຈຸດສຸມພັດທະນາບ້ານ ທົ່ງແຄນ, ຈຸດສຸມພັດທະນາບ້ານ ສອງຄອນ ແລະ ຈຸດສຸມພັດທະນາບ້ານ ຈະເຣະ ໂດຍມີອໍານາດການປົກຄອງຂອງເມືອງ, ຫົວໜ້າກຸ່ມ, ອໍານາດການປົກຄອງບ້ານ, ພະນັກງານຄູ-ອາຈານ, ແພດໝໍ ແລະ ພໍ່ແມ່ປະຊາຊົນ 5 ບ້ານ ເຂົ້າຮ່ວມ.
          ເຊິິ່ງການລົງຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນດາປະກົດການຫຍໍ້ທໍ້ ແລະ ຄໍາສະເໜີຕ່າງໆຂອງພໍ່ແມ່ປະຊາຊົນພາຍໃນບ້ານ ໂດຍສະເພາະດ້ານວຽກງານໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ແລະ ການພັດທະນາຊົນນະບົດ. ຜ່ານການຮັບຟັງ ສາມາດເກັບກໍາໄດ້ສະພາບຄວາມຫຍຸ້ງຍາກຫຼາຍໆດ້ານ ໂດຍສະເພາະດ້ານສຶກສາ ແມ່ນຍັງຂາດບຸກຄະລາກອນຄູ, ອຸປະກອນການຮຽນ-ການສອນ ແລະ ທຶນນະໂຍບາຍແກ່ຄອບຄົວທີ່ທຸກຍາກຂາດເຂີນ; ດ້ານ ສາທາ ແມ່ນດ້ານບຸກຄະລາກອນແພດ-ໝໍບໍ່ພຽງພໍ, ຢາປົວພະຍາດ ແລະ ສະຖານທີ່ເຮັດວຽກຍັງຄັບແຄບ ແລະ ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ການຈັດສັນເນື້ອທີ່ທໍາການຜະລິດຂອງຜະຊາຊົນ ແລະ ບັນຫາອື່ນໆ.
        ທັງນີ້, ກໍເພືີ່ອເກັບກໍາຂໍ້ມູນກ່ຽວກັບສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານມາຢູ່ເຂດຈຸດສຸມພັດທະນາດັ່ງກ່າວ ເພື່ອລາຍງານຕໍ່ຄະນະປະຈໍາພັກເມືຶງກະລຶມໄດ້ຮັບຊາບ. ພ້ອມທັງ, ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
#ໂດຍ:ນາລີວັນ.