loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ເຊກອງ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຢູ່ເມືອງກະລຶມ

​ກ.ກ. 13, 2023 | ເຂດ 16 ເຊກອງ

      ວັນທີ 12 ກໍລະກົດ 2023 ນີ້, ທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາ, ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ໄດ້ສົມທັບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຢູ່ເມືອງ ກະລຶມ.
       ການລົງຄັ້ງນີ້, ແມ່ນໄດ້ເຮັດວຽກຮ່ວມກັບອໍານາດການປົກຄອງຂັ້ນເມືອງ ແລະ ບັນດາຫ້ອງການທີ່ກ່ຽວຂ້ອງ ໂດຍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະສະພາບທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນເມືອງ ໂດຍສະເພາະຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ. ພ້ອມນັ້ນ, ກໍໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນຕາມຄຳຖາມເຈາະຈີ້ມທີ່ບັນດາກໍາມະການ ແລະ ພະແນກການ ໃຫ້ຄວາມສົນໃຈ.
       ທັງນີ້, ກໍເພື່ອເປັນການລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ເກັບກໍາຂໍ້ມູນຕ່າງໆກ່ຽວກັບການພັດທະນາ ແລະ ການສ້າງສາປະເທດຊາດ ກໍຄືທ້ອງຖິ່ນ ເຊິ່ງກໍມີຫຼາຍບັນຫາທີ່ພົວພັນກັບຫຼາຍຂົງເຂດວຽກງານ ທີ່ຕິດພັນກັບຊີວິດຕົວຈິງຂອງພໍ່ແມ່ປະຊາຊົນ; ທັງເປັນການກວດກາຄືນບັນດາມະຕິຕ່າງໆກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມໃສ່ການຈັດຕັ້ງປະຕິບັດວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການປະຕິບັດບັນດາຄາດໝາຍຕົວຊີ້ວັດ ແລະ ວຽກງານອື່ນໆທີ່ມີຄວາມຈໍາເປັນ ແລະ ຮີບດ່ວນທີ່ສຸດ.
#ໂດຍ: ນາລີວັນ