loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ຫົວພັນ ເຊື່ອມຊຶມເອກະສານ ວັນປະຫວັດສາດສຳຄັນ ຂອງຊາດ, ຂອງພັກ ແລະ ສາກົນ.

​ກ.ກ. 4, 2023 | ເຂດ 8 ຫົວ​ພັນ

             ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 114 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 46 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 61 ປີ ໃຫ້ມີເນື້ອໃນ, ມີຄວາມໝາຍອັນເລິກເຊິ່ງ, ເປັນຂະບວນການອັນຟົດຟື້ນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.
ວັນສຸກ ວັນທີ 30 ມິຖຸນາ 2023 ຜ່ານມານີ້ ທີ່ຫ້ອງປະຊຸມ ຄະນະປະຈຳ ສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມ ເຊື່ອມຊຶມເອກະສານ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ (13.7.1909 – 13.7.2023; ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 46 ປີ(18.7.1977 – 18.7.2023) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 61 ປີ (5.9.1962 – 5.9.2023) ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານໃນຄັ້ງນີ້ ໂດຍ ສະຫາຍ ຄຳຟອງ ກົ້ວມີໄຊ ຮອງເລຂາໜ່ວຍພັກ ສພຂ, ກຳມະການຄະນະປະຈຳ, ເລຂາທິການສະພາປະຊາຊົນແຂວງ ມີບັນດາສະຫາຍຄະນະປະຈຳ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫລອດຮອດພະນັກງານວິຊາການ ສະພາປະຊາຊົນແຂວງເຂົ້າຮ່ວມ.
            ຈຸດປະສົງການເຊື່ອມຊຶມຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ, ຮໍ່າຮຽນເອົາແບບຢ່າງນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ອັນພິລະອາດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜຽວແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ ແລະ ຮ່ໍາຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ກໍຄືແບບຢ່າງການດໍາລົງຊີວິດ ແລະ ອຸດທິຕົນເພື່ອພາລະກິດຂອງພັກ ຂອງປະທານ ສຸພານຸວົງ; ເພື່ອຫວນຄືນມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຊຶ່ງເປັນປັດໄຈອັນສໍາຄັນ ຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມໃນພາລະກິດຕໍ່ສູ້ ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືການສ້າງສາພັດທະນາ               ຂອງທັງສອງປະເທດໃນປັດຈຸບັນ ທັງເປັນການໂຄສະນາ-ສຶກສາອົບຮົມ ໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ຫນັກແຫນ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ, ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ ໝັ້ນຄົງຍາວນານ; ທັງເປັນເຈົ້າການທະນຸຖະຫນອມ ເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວໃຫ້ຈະເລີນງອກງາມຍິ່ງຂຶ້ນ. ນອກຈາກນັ້ນ; ຍັງເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການ ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນພາລະກິດປະຕິບັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄື ການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນຫນຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດຫວຽດນາມໃນປັດຈຸບັນ.
                                                                   ພາບ ແລະ ຂ່າວໂດຍ ນັກຂ່າວ ສພຂ ຫົວພັນ.