ຕອນແລງ ວັນທີ 19 ມັງກອນ 2023 ນີ້ ທ່ານ ສົມສັກ ດອນຈານິດ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍທີມງານ ຕາງໜ້າໃຫ້ການນໍາ ແລະ ພະນັກງານ ສະພາປະຊົນແຂວງ ໄດ້ນໍາເອົາກະຕ່າຂອງຂວັນ ພ້ອມຄໍາອວຍພອນໄຊອັນປະເສີດ ເຂົ້າອວຍພອນຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບ ທົ່ວກອງບັນຊາການທະຫານ ແຂວງຫົວພັນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໂດຍເປັນກຽດຕ້ອນຮັບຂອງ ທ່ານ ພັອ ພັນສີ ຊ່ອນມີໄຊ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະຕ້ອນຮັບດ້ວຍຄວາມອົບອຸ່ນ.

