ໃນລະຫວ່າງວັນທີ12-13 ທັນວາ 2023 ນີ້ ສະພາປະຊາຊົນ ແຂວງຫົວພັນໄດ້ຈັດກອງປະຊຸມຝຶກອົບຮົມທັກສະເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ຂຶ້ນຢູ່ທີ່ສະໂມສອນ ເມືອງຊຽຄໍ້ ແຂວງຫົວພັນ ໂດຍການເປັນປະທານ ຂອງ ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງປະທານ ສະພາປະຊາຊົນແຂວງ, ມີບັນດາທ່ານ, ນັກວິທະຍາກອນ, ສຳມະນາກອນທີ່ເປັນ ສສຂ ປະຈຳເຂດເລືອກຕັ້ງເມືອງ10 ເມືອງທົ່ວ ແຂວງຕະຫລອດຮອດວິຊາການ ສະພາປະຊາຊົນ ແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ເພື່ອຍົກສູງຂີດຄວາມສາມາດ ແລະ ທັກສະສ້າງຄວາມເຂັ້ມແຂງ ແລະ ຍົກລະດັບໃຫ້ແກ່ສະມາຊິກສະພາປະຊາຊົນ ແຂວງໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດຂອງຕົນ, ທັງເປັນການແລກປ່ຽນປະສົບການ ແລະ ບົດຮຽນເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານຕົວຈິງ, ເພື່ອເຮັດໃຫ້ ສສຂ ມີທັກສະ ແລະ ສາມາດເຄື່ອນໄຫວວຽກງານມີປະສິດພາບ ແລະ ປະສິດທິຜົນດີຂຶ້ນ ກອງປະຊຸມຝຶກອົບຮົມຄັ້ງນີ້ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຂີດຄວາມສາມາດ ແລະ ປະສິດທະພາບ ຂອງສະພາປະຊາຊົນ ໃນ ສປປ ລາວ ສະເຕັບ (STEPs).

ໃນກອງປະຊຸມຮັບຟັງການບັນຍາຍເອກະສານໃນຈໍານວນ 5 ຫົວຂໍ້ຄື: ທັກສະໃນການຕິດຕາມກວດກາ, ທັກສະການປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານ, ການຊັກຖາມ, ການປະກອບຄໍາເຫັນ, ການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ການແກ້ໄຂຄຳຮ້ອງ, ຄຳສະເໜີ ຂອງປະຊາຊົນ; ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນສົນທະນາປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນຕໍ່ກັບບັນດາເນື້ອໃນກອງປະຊຸມຝຶກອົບຮົມໃຫ້ມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງເພື່ອຄວາມເປັນເອກະພາບສູງກ້າວໄປເຖິງໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໃນການໂຄສະນາເຜີຍແຜ່ພົບປະຜູ້ມີສິດເລືອກຕັ້ງໃຫ້ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ຕອນທ້າຍກອງປະຊຸມ, ປະທານກອງປະຊຸມໄດ້ມີຄຳຄິດຄຳເຫັນໂອ້ລົມພ້ອມທັງເນັ້ນໜັກໃຫ້ ສສຂ ປະຈຳເຂດເລືອກຕັ້ງ10 ເມືອງພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຈົ່ງພ້ອມກັນນໍາເອົາທັກສະ, ຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈແລະວິທີການດັ່ງກ່າວຕາມເນື້ອໃນຈິດໃຈ ຂອງກອງປະຊຸມຝຶກອົບຮົມຄັ້ງນີ້ນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ; ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການເພື່ອນຳເອົາບົດຮຽນການຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງ, ສ່ອດຄ່ອງຕາມລັດຖະທຳມະນູນ, ກົດໝາຍກຳນົດໄວ້, ໂດຍສະເພາະວຽກງານຕິດຕາມກວດກາຖືວ່າເປັນວຽກງານໜຶ່ງທີ່ສຳຄັນຢ່າງຍິ່ງໃນການຄຸ້ມຄອງເສດຖະກິດ-ສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ; ເອົາໃຈໃສ່ໃນການຄົ້ນຄ້ວາເກັບກຳຂໍ້ມູນ, ວິເຄາະ, ວິໄຈບັນຫາໃຫ້ລະອຽດຈະແຈ້ງ, ຊັດເຈນເພື່ອເປັນຂໍ້ມູນພື້ນຖານ, ເປັນບ່ອນອີງໃຫ້ແກ່ການປະກອບຄຳເຫັນ ແລະ ການຊັກຖາມຢູ່ໃນກອງປະຊຸມສະພາ, ເຮັດໃຫ້ການປະກອບຄຳເຫັນ, ຂໍ້ຊັກຖາມດັງກ່າວຖືກຕ້ອງຕົງປະເດັນ ແລະ ຮັບປະກັນດ້ານຄຸນນະພາບໃນການຕັ້ງບັນຫາຂໍ້ຊັກຖາມຕ່າງໆທີ່ຈະໃຫ້ຂະແໜງການກ່ຽວຂ້ອງອະທິບາຍຊີ້ແຈ້ງບັນຫາທີ່ປະຊາຊົນ ແລະ ສັງຄົມໃຫ້ຄວາມສົນໃຈຫຼາຍ, ເພື່ອຈະນຳເອົາຄຳອະທິບາຍຂອງຂະແໜງການກ່ຽວຂ້ອງໄປເຜີຍແຜ່ອະທິບາຍຊີ້ແຈ້ງຕໍ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈແລະມີຄວາມເປັນເອກະພາບ; ນອກຈາກນັ້ນ, ວຽກງານແກ້ໄຂຄຳຮ້ອງ, ຄຳສະເໜີ ຂອງປະຊາຊົນ ກໍ່ເປັນວຽກງານໜຶ່ງທີ່ມີຄວາມສຳຄັນຫຼາຍ, ເປັນວຽກງານທີ່ຕິດພັນກັບທຸກຂົງເຂດວຽກງານ, ຕິດພັນກັບການດຳລົງຊີວິດປະຈຳວັນຂອງສັງຄົມສະນັ້ນ, ສສຂຕ້ອງໄດ້ເອົາໃຈໃສ່ແລະໃຫ້ຄວາມສຳຄັນໃນເວລາລົງພົບປະຜູ້ມີສິດເລືອກຕັ້ງຢູ່ແຕ່ລະຂົງເຂດຕ່າງໆແມ່ນໃຫ້ຖືເອົາວຽກງານນີ້ຕິດພັນໄປນຳເນື້ອໃນບັນດາມະຕິກອງປະຊຸມສະພາປະຊາຊົນແຂວງ ເພື່ອລົງໂຄສະນາເຜີຍແຜ່ອະທິບາຍ, ຊີ້ແຈງໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈໃນນາມເປັນຕົວແທນໃຫ້ແກ່ປະຊາຊົນ.

ກອງປະຊຸມເຝິກອົບຮົມທັກສະເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາປະຊາຊົນແຂວງຫົວພັນ ຊຸດທີ II ໄດ້ດຳເນີນມາເປັນເວລາ 2 ວັນເຕັມດ້ວຍຜົນສໍາເລັດອັນຈົບງາມ.
ພາບ ແລະ ຂ່າວ: ສພຂ ຫົວພັນ