loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ຫົວພັນສຳເລັດການປະເມີນໜ່ວຍ ພັກ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນປະຈຳປີ 2023

ທ.ວ. 27, 2023 | ເຂດ 8 ຫົວ​ພັນ

           ວັນທີ 15 ທັນວາ 2023 ຜ່ານມານີ້, ໜ່ວຍພັກສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມ ປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂຶ້ນ ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຟອງ ກົ້ວມີໄຊ ຮອງເລຂາໜ່ວຍພັກ, ເລຂາທິການສະພາປະຊາຊົນແຂວງ ມີຜູ້ຕາງໜ້າ ຈາກຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດສະມາຊິກພັກ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ
           ກອງປະຊຸມຄັ້ງນີ້ ໄດ້ເຊື່ອມຊຶມ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ຂອງກົມການເມືອງສູນກາງພັກ ແລະ ຮັບຟັງການຜ່ານບົດສະຫລຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024. ພ້ອມນີ້ ຜູ້ເຂົ້້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາເຫັນ ຢ່າງກົງໄປກົງມາ ໃສ່ບົດສະຫຼຸບ ແລະ ທິດທາງ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສາມາດຈັດຕັ້ງປະຕິບັດໄດ້ ຈາກນັ້ນ, ໄດ້ປະເມີນຜົນໜ່ວຍພັກ ແລະ ສະມາຊິກພັກ ພາຍໃນໜ່ວຍພັກ ສະພາປະຊາຊົນແຂວງ ມີສະມາຊິກພັກທັງໝົດ 31 ສະຫາຍ, ຍິງ 10 ສະຫາຍ, ປະເມີນຕົວຈິງ 29 ສະຫາຍ, ຍິງ 8 ສະຫາຍ ຊຶ່ງແຕ່ລະສະຫາຍໄດ້ຜ່ານໃບສໍາຫຼວດຕົນເອງ ພ້ອມກັນຕີລາຄາປະເມີນຜົນ ຕາມ 5 ມາດຖານ ຂອງການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານການ ປະເມີນໜ່ວຍພັກ, ສະມາຊິກພັກຄັ້ງນີ້ ໄດ້ປະເພດແຂງ 29 ສະຫາຍ ກາງ, ອ່ອນ ແມ່ນບໍມີ ຈາກນັ້ນ, ກອງປະຊຸມໄດ້ລົງປະຊາມະຕິຮັບຮອງເອົາໜ່ວຍພັກຂອງຕົນ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງສະເໜີຂັ້ນເທິງຄົ້ນຄວ້າອອກໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ 6 ປະຈຳປີ 2023.
ພາບ ແລະ ຂ່າວ: ສພຂ ຫົວພັນ