ຕອນບ່າຍ ວັນທີ 23 ສິງຫາ 2022 ນີ້ທີ່ຫ້ອງກຽດຕິຍົດ ສະພາປະຊາຊົນແຂວງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງ ພ້ອມຄະນະແລະ ພະນັກງານພາຍໃນສະພາໄດ້ໃຫ້ການຕ້ອນຮັບ ການເຂົ້າຢ້ຽມຢາມ ຂອງທ່ານ ເລ່ ຕຽນ ລາມ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນ ຜູ້ປະຈຳການແຂວງແທັງຮ່ວາ ສສ ຫວຽດນາມ ໃນໂອກາດທີ່ທ່ານມາເຮັດວຽກ ແລະ ເຂົ້າຮ່ວມງານສະເຫລີມສະຫລອງສັບປະດາວັດທະນະທຳຫົວພັນ-ແທັງຮວ່າ.

ໃນການມາຢ້ຽມຢາມຄັ້ງນີ້ ທ່ານຍັງໄດ້ຫວນຄືນເຖິິງສາຍພົວພັນລະຫວ່າງ ສອງຊາດລາວຫວຽດນາມ, ແຂວງຫົວພັນ,ແທງຮວ່າເວົ້າລວມ; ເວົ້າສະເພາະ, ສະພາປະຊາຊົນແຂວງຫົວພັນ ແລະ ສະພາປະຊາຊົນແຂວງແທັງຮວ່າ ທີ່ເຄີຍໄປມາຫາສູ່ຢ້ຽມຢາມຖາມຂ່າວ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ແລະ ພ້ອມກັນເຫັນດີສືບຕໍ່ພົວພັນ, ພົບປະ, ແລກປ່ຽນບົດຮຽນຂອງກັນ ແລະ ກັນໃນຕໍ່ຫນ້າ ແລະ ຍາວນານຕື່ມອີກ.

ພາບ ແລະຂ່າວ: ສພຂ ຫົວພັນ