(ສພຂ) ສຳເລັດໃນການຈັດກອງປະຊຸມຍົກສູງຄຸນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ II

​ກ.ກ. 23, 2025 | ເຂດ 13 ສະ​ຫວັນນະເຂດ

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນ ໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ທີ່ຈະໄຂຂື້ນໃນວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້, ດັ່ງນັ້ນມາໃນວັນທີ 14 – 15 ກໍລະກົດ 2025, ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ II ຂຶ້ນທີ່ສະໂມສອນເມືອງພີນ, ພາຍໃຕ້ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ,ເລຂາພັກເມືອງພີນ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ທີ່ປະຈຳຢູ່ທ້ອງຖິ່ນ,ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ-ນະຄອນ ພະແນກການທີ່ກ່ຽວຂ້ອງ,ຮອງເລຂາທິການສະພາປະຊາຊົນແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ເປັນການຄົ້ນຄວ້າບັນດາເນື້ອໃນສໍາຄັນ ໃຫ້ມີຄວາມລະອຽດຈະແຈ້ງໂດຍສະເພາະການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນກ່ອນທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ. ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການລາຍງານໂດຍສັງເຂບ ແລະ ສົນທະນາແລກປ່ຽນຄໍາຄິດເຫັນໃສ່ບາງເນື້ອໃນດັ່ງນີ້: 1. ບົດລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ທ້າຍປີ 2025, ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ; 2. ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 02 ສະບັບ ຄື: ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສະຖານທີ່ສຶກສາ ພາຍໃນແຂວງ ( ສ້າງໃໝ່ ) ແລະ ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງແຜນຜັງນະຄອນໄກສອນພົມວິຫານ ແລະ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ( ສ້າງໃໝ່ )
ໃນໂອກາດນີ້,ປະທານກອງປະຊຸມ ຍັງຮຽກຮ້ອງໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ແຂກທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ສຸມທຸກສະຕິປັນຍາຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງເລິກເຊິ່ງ, ຖີ່ຖ້ວນ, ສົນທະນາແລກປ່ຽນຄໍາຄິດ-ຄຳເຫັນເຊິ່ງກັນ ແລະ ກັນ ຍົກໃຫ້ເຫັນດ້ວຍຫຼັກການ, ລັກສະນະສ້າງສັນ, ຈະແຈ້ງ ແລະ ເຂົ້າໃຈງ່າຍ. ພ້ອມນີ້ ພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ເອົາໃຈໃສ່ ໃນຕິດຕາມກອງປະຊຸມ, ກະກຽມມີຄໍາເຫັນ ແລະ ອະທິບາຍຊີ້ແຈງ ຕໍ່ການແລກປ່ຽນ ຮັບປະກັນຄວາມເປັນເອກະພາບ ຕໍ່ບັນດາເນື້ອໃນໃຫ້ມີລັກສະນະວິຊາການ ແລະ ຮັບປະກັນສາມາດຊຸກຍູ້ການປະຕິບັດພາລະບົດບາດຂອງແຕ່ລະພາກສ່ວນ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ. ທັງນີ້ກໍ່ເພື່ອຍົກສູງທາງດ້ານເນື້ອໃນຕ່າງໆ ໃຫ້ມີຄຸນນະພາບ, ສົມບູນ, ຄົບຖ້ວນ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນເວົ້າລວມ ເວົ້າສະເພາະຕິດພັນກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຂອງແຂວງພວກເຮົາໃນປະຈຸບັນອີກດ້ວຍ.