ວັນທີ 24 ເມສາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຄະນະປະຈຳ ສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມເຊື່ອມຊຶມ ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການເພີ່ມທະວີ ການນຳພາ – ຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ; ຄຳແນະນຳ ຂອງອົງການກວດກາແຫ່ງລັດກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ ( ສະບັບປັບປຸງ); ຄຳແນະນຳ ຂອງຄະນະກວດກາ ສູນກາງພັກ ກ່ຽວກັບການກະກຽມ
ແລະ ດຳເນີນຊີວິດການເມືອງ ທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ຄຳແນະນຳ ຂອງຄະນະກວດກາສູນກາງພັກ ກ່ຽວກັບປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; ບົດສະຫຼຸບຕີລາຄາການເຄື່ອນໄຫວ ວຽກງານກວດກາປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2024 ຂອງຄະນະກວດກາພັກແຂວງຫົວພັນ ແລະ ບົດໂອ້ລົມ ຂອງທ່ານເຈົ້າແຂວງ ຕໍ່ກອງປະຊຸມວຽກງານກວດກາທົ່ວ ແຂວງຫົວພັນ ໂດຍການເຜີຍແຜ່ ແລະ ເຊືອມຊຶມ ຂອງສະຫາຍ ຄຳຟອງ ກົ້ວມີໄຊ, ຮອງເລຂາ ປະທານກວດກາໜ່ວຍພັກ, ກຳມະການຄະນະປະຈຳ ເລຂາທິການສະພາປະຊາຊົນແຂວງ, ມີບັນດາສະຫາຍ ຄະນະພັກ, ຫົວໜ້າ, ຮອງຫົວໜ້າຂະແໜງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ຈຸດປະສົງຂອງການເຊື່ອມຊຶມໃນຄັ້ງນີ້, ເພື່ອເຜີຍແຜ່ຜັນຂະຫຍາຍໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈມີຄວາມເປັນເອກະພາບກັນ, ມີການຫັນປ່ຽນຢ່າງຕັ້ງໜ້າ, ແຂງແຮງ, ເລິກເຊິ່ງ, ເຂົ້າໃຈຢ່າງຖືກຕ້ອງ, ຄົບຖ້ວນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ຕ້ອນທ້າຍ ສະຫາຍ ຄຳຟອງ ກົ້ວມີໄຊ ໄດ້ເນັ້ນໜັກໃຫ້ ສະມາຊິກພັກ ພະນັກງານ – ລັດຖະກອນທັງໝົດພາຍໃນສະພາປະຊາຊົນແຂວງ ທີ່ໄດ້ຮັບການເຊື່ອມຊືມ ຈົ່ງພ້ອມກັນກຳແໜ້ນ ແລະ ນຳເອົາເນື້ອໃນເອກກະສານຕ່າງໆ ທີ່ມາເຜີຍແຜ່ ນຳໄປຄົ້ນຄວ້າ, ໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ແລະ ວິຊາສະເພາະ ຂອງຕົນ ໃຫ້ມີຜົນສຳເລັດຕາມການຈັດຕັ້ງໝອບໝາຍໃຫ້ ການເຊື່ອມຊືມຄັ້ງນີ້ໃຊ້ເວລາ 1 ວັນເຕັມ.
