

ວັນທີ 29 ກັນຍາ 2022, ທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ມີສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງນາໝໍ້ ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ຈຸດບ້ານຫ້ວຍອອນ, ບ້ານໂຮມໄຊ, ບ້ານພູອົມ, ບ້ານພູເອືອດ, ບ້ານພູທອງ ແລະ ບ້ານອື່ນໆ ລວມທັງໝົດ 21 ບ້ານ, ເຊິ່ງເຄື່ອງທີ່ໄດ້ມອບໃນຄັ້ງນີ້ປະກອບມີ: ເຂົ້າສານ, ຖ້ວຍ, ບ່ວງ, ຈານ, ເຄື່ອງນຸ່ງຫົມ, ສາດ ແລະ ເຄື່ອງໃຊ້ຄົວເຮືອນ ລວມເປັນມູນຄ່າທັງໝົດ 122.000.000 ກີບ.



ໃນນັ້ນມີບັນດາບ້ານທີ່ຍັງບໍ່ທັນໄດ້ມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ແມ່ນມອບໃຫ້ ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງນາໝໍ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ອົງການປົກຄອງບ້ານ ສືບຕໍ່ມອບໃຫ້ບັນດາຄົວເຮືອນທີ່ຖືກຜົນກະທົບ ແລະ ແບ່ງປັນເຄື່ອງຂອງໃຫ້ຕາມຄວາມເໝາະສົມ.

