ກອງປະຊຸມ ຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ລັດຖະກອນ ສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 27 ມີນາ2024 ນີ້, ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳຟອງ ກົ້ວມີໄຊ ກຳມະການຄະນະປະຈຳ ເລຂາທິການ ສະພາປະຊາຊົນແຂວງມີຮອງເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫລອດຮອດພະນັກງານ-ລັດຖະກອນ ພາຍໃນ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ທັງນີ້, ກໍເພື່ອແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ ກ່ຽວກັບການຂີດຂຽນເອກະສານ,ທັກສະໃນການໂຄສະນາ-ປາຖະກະຖາ ກໍຄື ໂຄງຮ່າງ, ວິທີ ແລະ ຂັ້ນຕອນໃນການຂຽນເອກະສານສໍາຄັນຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງ ສະພາປະຊາຊົນ ແຂວງຫົວພັນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ການຝຶກອົບຮົມໃນຄັ້ງນີ້ ບັນດາທ່ານ ນັກສຳມະນາກອນ ໄດ້ຮັບຟັງການບັນຍາຍ ດ້ານທິດສະດີ ຈາກວິທະຍາກອນຂອງ ສະພາປະຊາຊົນແຂວງ ຈຳນວນ 04 ບົດຄື: ຝຶກຝົນຄວາມສາມາດໃນການຂຽນເອກະສານ; ຝຶກຝົນຄວາມສາມາດໃນການເວົ້າວຽກງານໂຄສະນາ – ປຸກລະດົມ ແລະ ວຽກງານເຄື່ອນທີ່; ວຽກງານເລຂານຸການ; ວຽກງານໂຄສະນາ – ປາຖະກະຖາ ແລະ ການໂຄສະນາຜ່ານສື່ ແລະ ບົດຮຽນການຂຽນບົດປະເພດຕ່າງໆ. ພ້ອມນັ້ນ;ບັນດາທ່ານທີ່ເຂົ້າຮ່ວມຝຶກອົບຮົມ ກໍ່ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນສຸມໃສ່ຄົ້ນຄວ້າ, ແລກປ່ຽນ ຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນດ້ານທິດສະດີ ຕໍ່ກັບຫົວຂໍ້ຕ່າງໆທີ່ນຳມາຝຶກອົບຮົມ ໃຫ້ມີຄວາມຖືກຕ້ອງ ສາມາດປະຕິບັດພາລະບົດບາດການເປັນເສນາທິການໃຫ້ແກ່ຄະນະນຳຂອງຕົນແລະ ໝູນໃຊ້ເຂົ້າໃນວຽກງານ ໃຫ້ເກີດຜົນປະໂຫຍດສູງສຸດ.
ພາບ ແລະ ຂ່າວ: ນັກຂ່າວ ສພຂ.ຫພ