ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 30 ກໍລະກົດ 2025 ຢູ່ທີ່ສະໂມສອນໃຫຍ່ ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີຄະນະປະທານ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະນັກງານອາວຸໂສບໍານານ, ຫົວໜ້າພະແນກ-ອົງການທຽບເທົ່າ, ອົງການຈັດຕັ້ງລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.



ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຄັັ້ງນີ້ ຈະໄດ້ພິຈາລະນາຮັບຮອງ ບັນຫາສໍາຄັນ ຂອງແຂວງຄື:
1. ວຽກງານ ຂອງອົງການປົກຄອງແຂວງ: ບົດລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງແຂວງ ປະຈໍາ 06 ເດືອນຕົ້ນປີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງແຂວງ ປະຈໍາ 06 ເດືອນທ້າຍປີ 2025, ບົດລາຍງານ ກ່ຽວກັບການປະເມີນຜົນການຈັດຕັັ້ງປະຕິບັດ ຂໍໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸູ້ມຄອງສິ່ງເສດເຫຼືອທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021, ບົດລາຍງານ ກ່ຽວກັບການການພິຈາລະນາຮັບຮອງເອົາການຈັດຕັັ້ງອົງການກາແດງແຂວງ, ດ່ານສາກົນຂົວມິດຕະພາບ 3, ດ່ານສາກົນນາເພົ້າ ແລະ ຄະນະກໍາມະການສົົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເປັນອົງການລັດທຽບເທົົ່າຂັັ້ນພະແນກການຂອງແຂວງ, ບົດສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການພິຈາລະນາຮັບຮອງ ຊົນເຜົົ່າບຣູຂອງແຂວງຄໍາມ່ວນ, ບົດສະເໜີ 2 ຮ່າງນິຕິກໍາໃຕ້ກົດໝາຍຄື: ບົດສະເໜີຮ່າງຂໍໍ້ຕົກລົງ ວ່າດ້ວຍການກໍານົດເຂດປອດຄວັນຢາສູບພາຍໃນແຂວງ ແລະ ບົດສະເໜີຮ່າງຂໍໍ້ຕົກລົງ ວ່າດ້ວຍການແຂ່ງຂັນກິລາພາຍໃນແຂວງ, ໜັງສືສະເໜີ ຂອງອົງການປົກຄອງແຂວງ ກ່ຽວກັບການພິຈາລະນາການແຕ່ງຕັັ້ງບຸກຄະລາກອນ ເຂົ້າໃນໂຄງປະກອບກົງຈັກການຈັດຕັັ້ງ ທີ່ໄດ້ມີການປັບປຸງ, 2. ວຽກງານ ຂອງສະພາປະຊາຊົນຂັັ້ນແຂວງຄື: ບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນຂັັ້ນແຂວງ ກ່ຽວກັບການຈັດຕັັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ຂອງສະພາປະຊາຊົນຂັັ້ນແຂວງ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ແຜນການເຄື່ອນໄຫວວຽກງານໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 9 ຫາກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ການປະເມີນຜົນ ຕໍ່ຄວາມຮັບຜິດຊອບ ຂອງບຸກຄະລາກອນ ທີ່ລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ຢູ່ກອງປະຊຸມສະພາປະຊາຊົນຂັັ້ນແຂວງ, ນອກນັັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຈໍານວນໜຶ່ງຕາມຫົວຂໍໍ້ສະເພາະ ຫຼື ຄໍາຊັກຖາມ ທີ່ຄະນະປະຈໍາສະພາປະຊາຊົນຂັັ້ນແຂວງໄດ້ຕັັ້ງຂຶ້ນ ກ່ອນການດໍາເນີນກອງປະຊຸມ ແລະ ຕາມການປະກອບຄໍາເຫັນ, ການຊັກຖາມ ຂອງສະມາຊິກສະພາປະຊາຊົນຂັັ້ນແຂວງ ທີ່ໄດ້ຍົກຂຶ້ນໃນວາລະດໍາເນີນກອງປະຊຸມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຄັັ້ງນີ້ຈະໄດ້ດຳເນີນໄປຮອດວັນທີ 01 ສິງຫາ 2025 ຈຶ່ງຈະສໍາເລັດ ແລະ ຈະໄດ້ພິຈາລະນາຕົກລົງຫຼາຍເນື້ອໃນທີ່ສໍາຄັນ, ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງແຂວງ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນຂັັ້ນແຂວງ ຈົົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ເສີມຂະຫຍາຍຫົວຄິດປະດິດສ້າງແລະ ເຊີດຊູຄວາມຮັບຜິດຊອບການເມືອງ ຂອງຕົນ ເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ເລິກເຊິ່ງ, ມີເຫດ-ມີຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍ ຂອງພັກ, ລັດຖະທໍາມະນູນ-ກົດໝາຍ ຂອງລັດ ແລະ ສະພາບຄວາມເປັນຈິງທາງ
ດ້ານເສດຖະກິດ-ສັງຄົມ ຂອງແຂວງໃນປັດຈຸບັນ ພ້ອມທັງ ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັັ້ງນີ້ໃຫ້ມີປະສິດທິພາບ ປະສິດທິຜົນ ສາມາດຮັບຮອງອອກເປັນມະຕິ ແລະ ສາມາດນໍາໄປຈັດຕັັ້ງປະຕິບັດຢ່າງເປັນຮູບປະທໍາ ທີ່ແທ້ຈິງ.