ສພຂ ຄໍາມ່ວນ ປາຖະກະຖາເອກະສານ 2 ວັນສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດ.

ມ.ຖ. 13, 2025 | ເຂດ 12 ຄຳມ່ວນ

  ວັນທີ 13 ມິຖຸນາ 2025 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກະຖາເອກະສານ 2 ວັນສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດຄື : ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 66 ປີ (18 ພຶດສະພາ 1959 -18 ພຶດສະພາ 2025) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 65ປີ ( 24 ພຶດສະພາ 1960- 24 ພຶດສະພາ 2025 ) ໂດຍການເປັນກຽດປາຖະກະຖາຂອງ ທ່ານ ນາງ ສາທິດ ຈັນສີ ກຳມະການຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ກຳມະການຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ມີຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
 
  ທ່ານ ນາງ ສາທິດ ຈັນສີ ໄດ້ເລົ່າຄືນເອກະສານວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ແລະ ພ້ອມນັ້ນ, ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ກໍໄດ້ໃຫ້ກຽດຫວນຄືນມູນເຊື້ອວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ໂດຍຍົກໃຫ້ເຫັນມູນເຊື້ອອັນສະຫງ່າງາມ, ຄວາມເສຍສະຫລະຂອງບັນພະບູລຸດກໍ່ຄືບັນດາທ່ານອາດີດການນໍາ ພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິບັດລາວ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນຜ່ານຜ່າອຸປະສັກນາໆ ປະການ.
ຈຸດປະສົງໃນການປາຖະກະຖາຄັ້ງນີ້: ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃນທົ່ວສັງຄົມກໍ່ຄືພາຍໃນສະພາປະຊາຊົນແຂວງຄໍາມ່ວນ ມີຄວາມຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນແບບຢ່າງອັນດີງາມ, ຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນ ໂດຍສະເພາະການນໍາພາຊີ້ນໍາອັນສະຫຼາດສ່ອງໃສຂອງພັກໃນການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ , ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືສູ້ຮົບຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງຂອງກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ ເຂົ້າໃນການພົວພັນຮ່ວມມືໃນໄລຍະໃໝ່ໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ທັງເພື່ອເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພາບ – ຂ່າວ ໂດຍ: ນາງ ຖຸດາວັນ ແສງອາລຸນ