loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ຄໍາມ່ວນ ຈັດກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະບັດ ນິຕິກຳໃຕ້ກົດໝາຍ ຂົງເຂດເສດຖະກິດ ຈໍານວນ 1 ສະບັບ.

​ກ.ກ. 11, 2024 | ເຂດ 12 ຄຳມ່ວນ

ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ນິຕິກຳໃຕ້ກົດໝາຍ ເປັນວຽກງານໜຶ່ງ ທີ່ມີຄວາມໝາຍ, ຄວາມສຳຄັນ ທີ່ຈະຕ້ອງໄດ້ດຳເນີນການປະເມີນຜົນການຈັດຕັ້ງປະຕິບັດ ເພື່ອເປັນການຕິດຕາມກວດກາ, ຕີລາຄາ ແລະ ປະເມີນຄືນ ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ. ໃນລະຫວ່າງວັນທີ 10 – 11 ກໍລະກົດ 2024 ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ຂົງເຂດເສດຖະກິດ ຈໍານວນ 1 ສະບັບ, ທີ່ຫ້ອງປະຊຸມລີສອດສາຍພູຫຼວງ ບ້ານຫຼັງຄັງ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການເປັນ ປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ປະທານ/ຮອງປະທານຄະນະກຳມະການ, ເລຂາ/ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ມີຕາງໜ້າພະແນກການ, ອົງການທຽບເທົ່າພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມທັງໝົດ 66 ທ່ານ, ຍິງ 15 ທ່ານ.

ໃນກອງປະຊຸມ ໄດ້ຮັບຟັງເນື້ອໃນລວມກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ເນື້ອໃນລະອຽດ ກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ຮ່າງ ແຜນການ ຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ແລະ ບົດລາຍງານຜົນການປະເມີນຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ສະບັບເລກທີ 333/ຈຂ.ຄມ, ລົງວັນ 3 ມີນາ 2020;

ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນຄົບຖ້ວນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເປັນເອກະພາບ ໃຫ້ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ດຳເນີນຢ່າງເປັນລະບົບ ຕໍ່ເນື່ອງ ມີປະສິດທິພາບ ແລະ ປະສິດທິຜົນ.

ໂອກາດນີ້, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາໃຕ້ກົດໝາຍ ຂອງສະພາປະຊາຊົນຂັ້ນແຂວງ ທີ່ໄດ້ມີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ ເປັນຕົ້ນ ແມ່ນໄດ້ພະຍາຍາມປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງໄດ້ລົງຕິດຕາມກວດກາຢູ່ເມືອງຈຳນວນໜຶ່ງ ແລະ ປະສານສົມທົບກັບອົງການປົກຄອງຂັ້ນແຂວງ, ອົງການປົກຄອງຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປຶກສາຫາລື ໂດຍສະເພາະກໍແມ່ນກອງປະຊຸມໃນຄັ້ງນີ້ ເພື່ອເປັນການກວດກາຄວາມພ້ອມ, ການກະກຽມ ການຕິດຕາມການປະເມີນ ແລ້ວລາຍງານຕໍ່ຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ຕໍ່ກັບວຽກງານດັ່ງກ່າວນີ້ ເປັນວຽກງານໜຶ່ງທີ່ ຄະນະປະຈຳ ສະພາປະຊາຊົນແຂວງຄໍາມ່ວນ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊີ້ນຳ; ສຳລັບເນື້ອໃນສັງລວມຂອງບົດລາຍງານ ແມ່ນເຫັນດີເປັນເອກະພາບ ແຕ່ຢາກເນັ້ນຕື່ມບາງບັນຫາດັ່ງນີ້: ການປະເມີນຊຸດນີ້ ຕ້ອງຕີລາຄາໃຫ້ໄດ້ວ່າ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ນີ້ ສອດຄ່ອງແລ້ວບໍ່ ຖືກຕ້ອງແລ້ວບໍ່ ກັບສະພາບຄວາມເປັນຈິງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະນີ້, ເປັນຕົ້ນແມ່ນສ້າງຄວາມຮັບຮູ້ຄວາມເຂົ້າໃນໃຈ, ການໂຄສະນາເຜີຍແຜ່ນິຕິກຳໃຕ້ກົດໝາຍທີ່ສະພາປະຊາຊົນຂັ້ນແຂວງໄດ້ພິຈາລະນາ ແລະ ຮັບຮອງເອົາ, ທາງເວບໄຊລັດຖະການ, ແຕ່ຂັ້ນແຂວງຮອດຂັ້ນພື້ນຖານບ້ານ ໃຫ້ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ເນື້ອໃນຂອງນິຕິກຳໃຕ້ກົດໝາຍ ແລະ ການປັບປຸງນິຕິກຳໃຕ້ກົດໝາຍ ດັ່ງກ່າວໃນຕໍ່ໜ້າ ປະກອບສ່ວນໃນການພັດທະນາດ້ານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນ ດ້ານງົບປະມານຈາກໂຄງການ ມູນນິທິເວສມິນສະເຕີ ເພື່ອປະຊາທິປະໄຕ (WFD).

ໂດຍ: ເອື້ອ ມະໂນສິງ