(ສປ ນວ) ຮອງປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ລົງຢ້ຽມຢາມສູນສອບເສັງ ຈົບຊັ້ນ ມ.4 ປະຈຳສົກປີ 2022-2023 ຢູ່ເມືອງປາກງື່ມ ນວ.

ມ.ຖ. 18, 2023

ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2023, ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານ ສະພາປະຊາຊົນ ນວ, ມີ ທ່ານ ນາງ ເກດມະນີ ບັນດາສັກ ປະທານ ຄະນະກຳມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມສູນສອບເສັງ ປະຈຳສົກຮຽນ 2022-2023 ຢູ່ສູນສອບເສັງ ມສ ສົມສະຫວາດ ເມືອງປາກງື່ມ ນວ, ໂດຍການຕ້ອນຮັບຂອງ ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ແລະ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍ ຫົວໜ້າຫ້ອງການສຶກສາເມືອງ, ຜູ້ອຳນວຍການໂຮງຮຽນ ມສ ສົມສະຫວາດ ແລະ ຄູອາຈານ ຈຳນວນໜຶ່ງ.

ໃນການລົງຢ້ຽມຢາມຄັ້ງນີ້, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດກະກຽມໃນໄລຍະການສອບເສັງຈົບຊັ້ນ ມ.4 ຂອງເມືອງປາກງື່ມ ນວ ໂດຍສະເພາະແມ່ນຢູ່ສູນສອບເສັງ ມສ ສີສະຫວາດ ປະກອບ 12 ຫ້ອງສອບເສັງ, ມີ 3 ໂຮງຮຽນ ຄື: ມສ ສົມສະຫວາດ, ມສ ຊຽງແລ ແລະ ມຕ ບ້ານພ້າວ, ມີນັກສອບເສັງທັງໝົດ 229 ຄົນ, ຍິງ 128 ຄົນ, ມີຈໍານວນວິຊາສອບເສັງທັງໝົດ 6 ວິຊາ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ສຶກສາພົນລະເມືອງ, ຄະນິດສາດ ແລະ ພາສາອັງກິດ. ໃນການຢ້ຽມຢາມດັ່ງກ່າວ, ຄະນະລົງຢ້ຽມຢາມໄດ້ຮັບຟັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການປະຕິບັດວຽກງານການສອບເສັງ ເປັນຕົ້ນ: ດ້ານງົບປະມານ, ສະພາບຫ້ອງສອບເສັງບໍ່ມີພັດລົມ, ບໍ່ມີປ່ອງຢ້ຽມ, ພາຫະນະໃນການຮັບໃຊ້, ອຸປະກອນຮັບໃຊ້ບໍ່ພຽງພໍ ແລະ ໃນຕອນທ້າຍກອງປະຊຸມຄະນະລົງຢ້ຽມຢາມ ກໍໄດ້ມີຄຳເຫັນແລກປ່ຽນຕໍ່ບັນດາຂໍ້ຄົງຄ້າງຕ່າງໆ ພ້ອມທັງໄດ້ຮັບເອົາຄຳສະເໜີຂອງບັນ ດາຄູອາຈານ ເພື່ອນຳໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ, ຫຼັງຈາກນັ້ນ ທາງຄະນະກໍໄດ້ຍ່າງຢ້ຽມຊົມແຕ່ລະຕຶກຂອງສູນສອບເສັງ.