loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

(ສປ ນວ) ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ທັດສະນະຢ້ຽມຊົມສະຖານທີ່ຕ່າງໆ   ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ນຍິງລາວ ຄົບຮອບ 68 ປີ

​ກ.ກ. 20, 2023 | ເຂດ 1 ນະຫລວງວຽງຈັນ

ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ນຍິງລາວ ວັນທີ 20 ກໍລະກົດ ຄົບຮອບ 68 ປີ, ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2023 ຄະນະສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກແມ່ຍິງ ແລະ ສະມາຊິກທ່ານຊາຍ ເຂົ້າຮ່ວມທັດສະນະຢ້ຽມຊົມ ອານຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເຊິ່ງໃນໂອກາດດັ່ງກ່າວ ກໍໄດ້ຮັບຟັງປະຫວັດຄວາມເປັນມາ ແລະ ໄດ້ຮຽນຮູ້ເຖີງແບບແຜນການດໍາລົງຊີວິດແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນໃສແຈ້ງຂອງ ທ່ານ ໜູຮັກ ພູມສະຫວັນ ພ້ອມທັງໄດ້ເຂົ້າຊົມສະຖານທີ່ຕ່າງໆໃນອານຸສອນສະຖານດັ່ງກ່າວ. ຫຼັງຈາກນັ້ນ, ທາງຄະນະຍັງໄດ້ສືບຕໍ່ໄປທັດສະນະຢ້ຽມຊົມ ຫໍພິພິຕະພັນສິລະປະລາວ ອີກດ້ວຍ.