loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

(ສປ ນວ) ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II.

​ກ.ກ. 26, 2023 | ເຂດ 1 ນະຫລວງວຽງຈັນ

(ສປນວ) ໃນຕອນບ່າຍຂອງ ວັນທີ 26 ກໍລະກົດ 2023 ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ, ຄະນະປະຈຳ ສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ຊື່ມວນຊົນ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງ ເຊິ່ງຈະດຳເນີນຂຶ້ນໃນລະຫວ່າງ ວັນທີ 31 ກໍລະກົດ – 04 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ນະຄອນຫຼວງວຽງຈັນ.

ກອງປະຊຸມຂອງສະພາປະຊາຊົນ ນະຄອນຫຼວງ ຄັ້ງນີ້, ຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:

  1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໄລຍະກາງສະໄໝຂອງແຜນການ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2023 ຂອງນະຄອນຫຼວງ.
  2. ຮັບຟັງການລາຍງານການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຄື:
  • ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນປະຈໍາ 06 ເດືອນຕົ້ນປີ 2023 ແລະ ແຜນວຽກຈຸດສຸມ 06 ເດືອນທ້າຍປີ 2023 ຢູ່ນະຄອນຫຼວງ.
  • ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 06 ເດືອນຕົ້ນປີ 2023 ແລະ ແຜນວຽກຈຸດສຸມ 06 ເດືອນທ້າຍປີ 2023
  1. ຮັບຟັງການລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍທີ່ສະພາປະຊາຊົນ ນະຄອນຫຼວງ ໄດ້ຮັບຮອງເອົາ ຈໍານວນ 03 ສະບັບ ຄື:
  • ຂໍ້ຕົກລົງວ່າດ້ວຍ ການຄວບຄຸ້ມສຽງເນືອງນັນ ໃນນະຄອນຫຼວງວຽງຈັນ.
  • ຂໍ້ຕົກລົງວ່າດ້ວຍ ການກໍານົດ ແລະ ຄຸ້ມຄອງທີ່ດິນກະສິກໍາ ແລະ ປ່າໄມ້ ຢູ່ນະຄອນຫຼວງວຽງຈັນ.
  • ຂໍ້ຕົກລົງວ່າດ້ວຍ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ.
  1. ຮັບຟັງການລາຍງານ ຂອງອົງການໄອຍະການປະຊາຊົນ ນະຄອນຫຼວງ ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ; ການຕິດຕາມກວດກາການປະຕິບັດກົດໝາຍ ໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ສະຖານທີ່ປະຕິບັດມາດຕະການບັງຄັບອື່ນໆຂອງສານ.
  2. ຮັບຟັງການລາຍງານ ຂອງສານປະຊາຊົນ ນະຄອນຫຼວງ ກ່ຽວກັບການຍົກສູງຄຸນນະພາບໃນການຕັດສິນຄະດີແພ່ງ ແລະ ຄະດີອາຍາ ເປັນຂັ້ນຕົ້ນ ຢູ່ສານປະຊາຊົນ ນະຄອນຫຼວງ.
  3. ຮັບຟັງການລາຍງານຂອງພະແນກຍຸຕິທຳ ນະຄອນຫຼວງ ກ່ຽວກັບສາເຫດຂອງການປະຕິບັດຄຳຕັດສິນຊັກຊ້າ ແລະ ມາດຕະການ, ວິທີການແກ້ໄຂຂໍ້ຄົງຄ້າງ ຮອດທ້າຍປີ 2023 ຕິດພັນກັບການລາຍງານການທ້ອນໂຮມຊັບ, ວັດຖຸສິ່ງຂອງ ແລະ ຄ່າປັບໃໝຕາມຄຳຕັດສິນຂອງສານ.
  4. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 06 ເດືອນ ຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2023 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II.
  5. ດຳເນີນການປະເມີນກາງສະໄໝ ການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາປະຊາຊົນ ນະຄອນຫຼວງ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.
  6. ຮັບຟັງການລາຍງານ ແລະ ຊີ້ແຈງຂອງອົງການປົກຄອງ ຕໍ່ບາງບັນຫາສຳຄັນສຳຄັນ ແລະ ພົ້ນເດັ່ນ ຂອງນະຄອນຫຼວງ ຈຳນວນໜຶ່ງ ເປັນຕົ້ນ:
  • ການຈັດຕັ້ງປະຕິບັດໂຄງການສໍາປະທານ ແລະ ລາຍຮັບຈາກການສໍາປະທານທີ່ດິນ ຢູ່ນະຄອນຫຼວງ.
  • ການຄຸ້ມຄອງທີ່ດິນ, ການປ່ຽນແປງສິດນໍາໃຊ້ທີ່ດິນ ຫຼື ການຫັ່ນປ່ຽນທີ່ດິນ ໃນນະຄອນຫຼວງ.
  • ການຕິດຕາມກວດກາ ແລະ ການແກ້ໄຂບັນຫາການຈັດສັນ, ບຸກລຸກ ແລະ ບຽດຍຶດທີ່ດິນ ທີ່ບໍ່ສອດ ຄ່ອງກັບກົດໝາຍທີ່ດິນ ໃນຂອບເຂດໃນນະຄອນຫຼວງ.
  • ການແກ້ໄຂໜີ້ສິນ ຂອງນະຄອນຫຼວງວຽງຈັນ.
  • ການຄຸ້ມຄອງການຂຸດຄົ້ນແຮ່ທາດ ໃນນະຄອນຫຼວງ.
  • ການແກ້ໄຂບັນຫາໄຟໄໝ້ລາມປ່າ ຢູ່ນະຄອນຫຼວງ.
  • ວິທີການ ແລະ ມາດຕະການໃນການຕ້ານແລ້ງ-ຕ້ານຖ້ວມ ຢູ່ ນະຄອນຫຼວງ.
  • ການຄຸ້ມຄອງຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ທີ່ເປັນຊາວຕ່າງປະເທດ ໃນນະຄອນຫຼວງ.

ນອກຈາກບັນດາເນື້ອໃນທີ່ໄດ້ກ່າວມາຂ້າງເທີງແລ້ວ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນະຄອນຫຼວງ ຊັກຖາມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວ ຂ້ອງຕື່ມອີກ.

ການດໍາເນີນກອງປະຊຸມຄັ້ງນີ້ ແມ່ນການປະຕິບັດພາລະບົດບາດຂອງສະພາປະຊາຊົນ ໃນຖານະເປັນອົງການອໍານາດລັດ ຂັ້ນນະຄອນຫຼວງ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ຈົ່ງໃຫ້ການຕິດຕາມຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄຳຄິດຄຳເຫັນ ຫຼື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ. (ນາງໂຮງທ່າວ ຊົງເຢີ)