loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

(ສປ ນວ) ສະພາປະຊາຊົນ ນວ ສຳເລັດກອງປະຊຸມຝຶກອົບຮົມວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ

ທ.ວ. 24, 2023 | ເຂດ 1 ນະຫລວງວຽງຈັນ

ສະພາປະຊາຊົນ ນວ ສຳເລັດກອງປະຊຸມຝຶກອົບຮົມວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ພະນັກງານຊ່ວຍວຽກຄະນະສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງເມືອງ 9 ເມືອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 20 – 22 ທັນວາ 2023 ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການພັດປ່ຽນກັນເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ, ປະທານ ສະພາປະຊາຊົນ ນວ ແລະ ທ່ານ ນາງ ລຳພອຍ ສີອັກຄະຈັນ, ຮອງປະທານ ສະພາປະຊາຊົນ ນວ, ມີທ່ານຮອງປະທານ ສະພາປະຊາຊົນ ນວ, ບັນດາທ່ານປະທານ-ຮອງປະທານ ຄະນະກຳມະການ, ເລຂາທິການ, ຮອງເລຂາທິການ, ພະນັກງານພາຍໃນສະພາປະຊາຊົນ ນວ ແລະ ພະນັກງານຊ່ວຍວຽກຄະນະສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ເອົາໃຈໃສ່ຝຶກອົບຮົມໃນ 6 ຫົວຂໍ້ ຄື:

  • ບົດຮຽນ, ຂັ້ນຕອນ ແລະ ວິທີການຄົ້ນຄວ້າການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ ທີ່ມີລັກສະນະຊັບ ຊ້ອນ ແລະ ຕິດພັນກັບຫຼາຍພາກສ່ວນ ຕາມກົດໝາຍຄຳຮ້ອງທຸກສະບັບປັບປຸງໃໝ່ ປີ 2022 ລົງເລິກສະເພາະຄວາມຮັບຜິດຊອບຂອງ ສະພາປະຊາຊົນຂັ້ນແຂວງ.
  • ຂັ້ນຕອນ ແລະ ວິທີການແກະຄຳເຫັນຂອງຜູ້ແທນ ໃນກອງປະຊຸມສະໄໝສາມັນ.
  • ບົດຮຽນກ່ຽວກັບວຽກງານໄອທີ: ການນຳໃຊ້ Microsoft Office, ການລົງ Driver Printer, ການແກ້ໄຂບັນຫາຄອມພິວເຕີ້ເບື້ອງຕົ້ນ, ບັນຫາອິນເຕີເນັດບໍ່ໄດ້ ແລະ ອື່ນໆ.
  • ບົດຮຽນ ກ່ຽວກັບການນຳໃຊ້ງົບປະມານຂອງລັດ.
  • ວິທີການ, ຂັ້ນຕອນໃນການຕິດຕາມກວດກາຂົງເຂດວຽກງານເສດຖະກິດ, ແຜນການ ແລະ ການເງິນ ແລະ ການແກ້ໄຂຜົນການຕິດຕາມກວດກາໃຫ້ມີປະສິດທິຜົນ.
  • ຄວາມຮູ້ພື້ນຖານ ກ່ຽວກັບການຂຽນຂ່າວ.

ໃນບັນດເນື້ອໃນດັ່ງກ່າວ ລ້ວນແລ້ວແຕ່ມີຄວາມສຳຄັນ ເພື່ອເປັນການຍົກລະດັບຂີດຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໄດ້ດີຂຶ້ນກວ່າເກົ່າ ເປັນຕົ້ນ: ມີຄວາມເຂົ້າໃຈຕໍ່ວິທີການຂຽນແຜນການລົງຕິດຕາມກວດກາ, ການຕັ້ງຄໍາຖາມເຈາະຈິ້ມຕໍ່ພາກສ່ວນກ່ຽວຂ້ອງໄດ້ຖືກຕ້ອງກົງປະເດັນ ແລະ ເອົາໄດ້ບັນຫາທີ່ຍັງເປັນຂໍ້ຄົງຄ້າງໄດ້ຖືກຕ້ອງ, ຈະໄດ້ຮັບກົນໄກ, ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບຂັ້ນຕອນ ແລະ ວິທີການໃນການຄົ້ນຄວ້າຄຳຮ້ອງທຸກຂອງປະຊາ ຊົນ ໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງຕາມຂະບວນການໄດ້ດີຂຶ້ນ ແລະ ສາມາດນໍາເອົາບົດຮຽນທີ່ໄດ້ຮຽນມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງ ເປັນຕົ້ນ: ການສັງລວມການປະກອບຄໍາເຫັນ, ການບັນທຶກ, ການສັງລວມຄໍາສະເໜີ ໃນການລົງຕິດຕາມບັນດາທ່ານສະມາຊິກສະພາ ແຕ່ລະຄັ້ງ ມີຄວາມຮັດກຸມ, ເຂົ້າໃຈງ່າຍ ແລະ ສາມາດນໍາສົ່ງພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂໄດ້ທັນຕາມກໍານົດເວລາ.