(ສປ ນວ) ເພື່ອເຮັດໃຫ້ເນື້ອໃນ ແລະ ໂຄງຮ່າງຂອງຮ່າງຂໍ້ຕົກລົງວ່າດ້ວຍກອງທຶນກິລາ-ກາຍະກຳ ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ, ໃນວັນທີ 13 ຕຸລາ 2023 ຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມປຶກສາຫາລື, ຄົ້ນຄວ້າກ່ຽວກັບເນື້ອໃນຮ່າງຂໍ້ຕົກລົງວ່າດ້ວຍກອງທຶນກິລາ-ກາຍະກຳ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ນາງ ເກດມະນີ ບັນດາສັກ ປະທານ ຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ມີບັນດາທ່ານປະທານ, ຮອງປະທານ ຄະນະກໍາມະການ ສະພາປະຊາຊົນ ນວ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
(ສປ ນວ) ປັບປຸງເນື້ອໃນ ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນກິລາ-ກາຍະກຳ ໃຫ້ຮັດກຸມ ແລະ ມີຄຸນນະພາບ.
