loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສປປລາວ ສະເຫຼີມສະຫຼອງວັນລັດຖະສະພາໂລກ

​ກ.ກ. 1, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 01 ກໍ ລະກົດ 2024 ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານສະຫະພັນລັດຖະສະພາສາກົນ ແຫ່ງ ສປປລາວ ໄດ້ກ່າວຊົມເຊີຍເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄືວັນສ້າງຕັ້ງສະຫະພັນລັດຖະສະພາສາ ກົນ (IPU) ຄົບຮອບ 135 ປີ (30/6/1889-30/6/2024) ເຊິ່ງທ່ານສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະ ເສີດໄປຍັງບັນດາການນໍາ, ສະມາຊິກລັດຖະສະພາທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ ແລະ ບັນດາທ່ານສະມາຊິກສະ ພາແຫ່ງຊາດຊຸດທີ IX ຂອງ ສປປລາວ.

ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ທີ່ມີສະມາຊິກທັງໝົດ 180 ປະເທດ ແລະ ມີອົງການຈັດຕັ້ງສາກົນຫຼາຍກວ່າ 15 ອົງການເປັນພາຄີ. ສະຫະພັນລັດຖະສະພາສາກົນ ມີຈຸດປະສົງເພື່ອເປັນເວ ທີສົ່ງເສີມການຕິດຕໍ່ພົວພັນ, ການປະສານງານ ແລະ ການແລກປ່ຽນປະສົບການລະຫວ່າງລັດຖະສະພາ ແລະ ສະມາ ຊິກລັດຖະສະພາສາບັນດາປະເທດໃນໂລກ; ພິຈາລະນາບັນຫາສຳຄັນຂອງໂລກ, ສົ່ງເສີມການປົກຄອງດ້ວຍລະບຽບກົດໝາຍ, ສົ່ງເສີມບົດບາດຍິງ-ຊາຍ ແລະ ຊາວໜຸ່ມ, ສົ່ງເສີມສັນຕິພາບ, ປະຊາທິປະໄຕ ແລະ ການພັດທະນາແບບຍືນຍົງ.

ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນ 2018 ໄດ້ມີການຮັບຮອງເອົາມະຕິ ໂດຍໄດ້ກໍານົດເອົາວັນທີ 30 ມິຖຸນາຂອງທຸກປີ ເປັນວັນລັດຖະສະພາໂລກຂອງທຸກປະເທດສະມາຊິກ IPU ເພື່ອເປັນການປະຕິບັດໜ້າທີ່ໃນຖານະເປັນອົງການນິຕິບັນຍັດ, ອົງການຕົວແທນແຫ່ງສິດ-ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ທີ່ຕ້ອງການຢາກຢູ່ດີກິນດີ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນທົ່ວໂລກ.

ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ນັບແຕ່ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນ ໃນວັນທີ 04 ເມສາ 1990 ເປັນເວລາ 34 ປີ, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະພາສາກົນ ເຊິ່ງເປັນການເຜີຍແຜ່ນະໂຍ ບາຍ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ຕໍ່ເວທີລັດຖະສະພາລະດັບໂລກ; ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລື ແລະ ສະແດງທັດສະນະທີ່ສ້າງສັນ ຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ກໍຄືຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ. ປັດຈຸບັນ, ສະພາບການຂອງໂລກຍັງສືບຕໍ່ຜັນແປໄປຢ່າງສັບສົນສະຫຼັບຊັບ ຊ້ອນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ; ດ້ວຍເຫດນີ້, ໃນການສະເຫຼີມສະຫຼອງວັນລັດຖະສະພາໂລກປີນີ້, ຂ້າພະເຈົ້າຈຶ່ງຂໍຢ້ຳຄືນຖະແຫຼງການເຈນີວາ ວ່າດ້ວຍການທູດລັດຖະສະພາ: ສ້າງຂົວເຊື່ອມຕໍ່ສູ່ສັນຕິພາບ ແລະ ຄວາມເຂົ້າອົກເຂົ້າໃຈ, ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ IPU ຄັ້ງທີ 148 ເມື່ອເດືອນມີນາຜ່ານມາ ເພື່ອເນັ້ນເຖິງບົດບາດສຳຄັນຂອງລັດຖະສະພາໃນການຈັດຕັ້ງປະຕິບັດວຽກງານການທູດ ໂດຍການເພີ່ມທະວີການພົວພັນ ແລະ ການຮ່ວມມືກັນ ເພື່ອຊຸກຍູ້ການປຶກສາຫາລືກ່ຽວກັບຂະບວນສັນຕິພາບ, ສົ່ງເສີມການແກ້ໄຂບັນຫາຂໍ້ຂັດແຍ່ງ ຜ່ານການພົບປະເຈລະຈາໂດຍສັນຕິວິທີ, ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ຕາມຄວາມຮຽກຮ້ອງຂອງປະຊາຊົນທີ່ຮັກຫອມສັນຕິພາບ.

ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ເນັ້ນວ່າ: ປີນີ້ ໃນຖານະທີ່ສະພາແຫ່ງຊາດລາວ ເປັນປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45, ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ເປັນເຈົ້າການປະສານສົມທົບກັບລັດຖະສະພາສະມາຊິກໄອປາອື່ນໆ ລວມໄປເຖິງລັດຖະສະພາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາຂອງໄອປາ ເພື່ອປຶກສາຫາລືກັນຢ່າງໃກ້ຊິດກ່ຽວກັບສິ່ງທ້າທາຍຕ່າງໆທີ່ພວມປະເຊີນໃນປັດຈຸບັນ ແລະ ພ້ອມກັນຊຸກຍູ້ສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ, ຊຸກຍູ້ໃຫ້ລັດຖະບານຂອງປະເທດຕົນ ຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມມື ແລະ ແຜນດຳເນີນງານຕ່າງໆ ໃຫ້ບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນໃນປີ 2025 ເພື່ອນຳເອົາຜົນປະໂຫຍດ, ຄວາມສະຫງົບສຸກ, ການຢູ່ດີກິນດີ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ປະຊາຊົນຂອງພວກເຮົາ.
(ຂ່າວ-ພາບ: ສອນສັກ ວັນວິໄຊ)