ສປນວ ຈະຮັບຮອງຫຼາຍບັນຫາສໍາຄັນ

ທ.ວ. 15, 2025

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ IV ໄດ້ໄຂຂຶ້ນໃນວັນທີ 15 ທັນວານີ້ ທີ່ຫ້ອງປະຊຸມສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາການນຳພັກ-ລັດ ນວ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສະໄໝສາມັນເທື່ອທີ 10 ເປັນກອງປະຊຸມຄັ້ງສຸດທ້າຍຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV ເຊິ່ງຈະພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງນະຄອນຫຼວງ ຄື: ບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025) ຄັ້ງທີ IX, ປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ຂອງ ນວ; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງອົງການກວດສອບປະຈໍາພາກກາງ 1; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2024 ຂອງອົງການກວດສອບປະຈໍາພາກກາງ 1; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2026 ຂອງອົງການກວດກາລັດ ນວ; ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2023 ຂອງອົງການກວດກາລັດ ນວ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນວ; ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນວ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV, ແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການປະຈໍາປີ 2026 ຂອງ ສປນວ ຊຸດທີ V; ແລະ ຮ່າງນິຕິກໍາສ້າງໃໝ່ຈໍານວນໜຶ່ງຂອງນະຄອນຫຼວງ.
ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV, ແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການປະຈໍາປີ 2026 ຂອງ ສປນວ ຊຸດທີ V; ການລາຍງານ, ຊີ້ແຈງບັນຫາສໍາຄັນຂອງນະຄອນຫຼວງວຽງຈັນ ຕາມການສະເໜີຂອງຄະນະປະຈໍາ ສປນວ ຄື: ສະພາບການຄຸ້ມຄອງຮ່ອງລະບາຍນໍ້າ ຮ່ອງສັກ, ຮ່ອງແຊງ ແລະ ຮ່ອງທອງ, ສະພາບການຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ (ລົງເລິກການຈັດຕັ້ງປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 182/ຄປຈ, ລົງວັນທີ 01 ກໍລະກົດ 2025). ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ ສສຊ ແລະ ສສນວ ຍົກຂຶ້ນ ຫຼື ຊັກຖາມໃນກອງປະຊຸມ ຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ຕື່ມອີກ.
ເພື່ອເຮັດໃຫ້ການພິຈາລະນາບັນດາເນື້ອໃນຕ່າງໆ ມີຄຸນນະພາບ, ປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ທ່ານ ອານຸພາບ ຕຸນາລົມ ໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດສຸມ, ເຈາະຈົງ, ຊອກໃຫ້ໄດ້ບັນຫາຄົງຄ້າງ, ວິທີການ, ມາດຕະການແກ້ໄຂທີ່ຊັດເຈນ, ປະດິດສ້າງ, ພາວະວິໄສ, ມີເຫດຜົນຕົວຈິງ ແລະ ຮັບປະກັນຄວາມສອດຄ່ອງກັບນະໂຍບາຍຂອງພັກ, ຖືກຕ້ອງຕາມລະບຽບກົດໝາຍ, ຖືກຕ້ອງກັບສະພາບຈຸດພິເສດຕົວຈິງຂອງ ນວ ໃນປັດຈຸບັນ ເພື່ອຮັບປະກັນໃຫ້ບັນດາເນື້ອໃນທີ່ຖືກຮັບຮອງໃນກອງ ປະຊຸມ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາທີ່ແທ້ຈິງ ແລະ ເກີດດອກອອກຜົນ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV ຈະດຳເນີນໄປຈົນຮອດວັນທີ 19 ທັນວາ 2025, ຄະນະເລຂາທິການ ສປນວ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນຊາວນະຄອນຫຼວງ ທີ່ຈະສົ່ງໄປຍັງກອງປະຊຸມ ຜ່ານໂທລະສັບສາຍດ່ວນໝາຍເລກ: 1156 ໃນໂມງລັດຖະການ.

(ນາງ ໄຊໂສພາພອນ ມິ່ງມຸງຄຸນ)