ສຈ. ປອ. ຈະເລີນ ເຍຍປາວເຮີ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງຫີນເຫີບ

ສ.ຫ. 19, 2025

(ສພຊ) – ວັນທີ 12-15 ສິງຫານີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ (ສພຊ) ແລະ ທ່ານ ບຸນສອນ ເພັດລາວັນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10, ປະທານສະພາປະຊາຊົນແຂວງ (ສພຂ) ວຽງຈັນ ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫີນເຫີບ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງເພື່ອໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ແລະ ສພຂ ວຽງຈັນ ຊຸດທີ II ທີ່ສະໂມສອນປົກຄອງເມືອງຫີນເຫີບ ໂດຍມີຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ແລະ ການຈັດຕັ້ງບ້ານອ້ອມຂ້າງເມືອງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ທ່ານ ບຸນຍັງ ວົງວິລາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງຫີນເຫີບ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ໃນໄລຍະ 6 ເດືອນຕົ້ນປີ 2025 ໂດຍຫຍໍ້; ຈາກນັ້ນ, ທ່ານ ບຸນສອນ ເພັດລາວັນ ໄດ້ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຂ ວຽງຈັນ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສໍາພື້ນຖານຂອງແຂວງ ໂດຍໄດ້ອອກເປັນມະຕິ 3 ສະບັບຮັບຮອງເອົາຄື: ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງ ສພຂ ວຽງຈັນ ແລະ ການແຕ່ງຕັ້ງບຸກຄະລາກອນຂອງອົງການປົກຄອງແຂວງ ໂດຍມີການແຕ່ງຕັ້ງປະທານຄະນະກໍາມະການປົກຄອງເມືອງ 11 ເມືອງ ແລະ 2 ຫົວໜ້າພະແນກການຂອງແຂວງຄື: ສຶກສາທິການ ແລະ ກິລາ ແລະ ສາທາລະນະສຸກ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ເຊິ່ງໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; ບົດລາຍງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX; ການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ.