ສຈ. ປອ. ຈະເລີນ ເຍຍປາວເຮີ ຕ້ອນຮັບຫົວໜ້າຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ-ຫວຽດນາມ

ມ.ຖ. 27, 2025 | ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 25 ມີນາຜ່ານມາ ທີ່ສະພາແຫ່ງຊາດ, ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງສະຫາຍ ຮສ. ປອ. ຫວໍ ຊວັນ ຫວິງ ຮອງຫົວໜ້າສະຖາບັນສຶກສາອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືເນື້ອໃນຂອງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 23-27 ມີນານີ້; ທັງນີ້, ເພື່ອແບ່ງປັນບົດຮຽນທາງດ້ານປະ ຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສສ.ຫວຽດນາມ ກໍຄືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ຮສ. ປອ. ຫວໍ ຊວັນ ຫວິງ ໄດ້ລາຍງານຜົນສຳເລັດການພົບປະ, ເຮັດວຽກ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນ ກັບຄະນະນຳກຳມາທິການການຕ່າງປະເທດ, ຄະນະຊ່ຽວຊານສະພາແຫ່ງຊາດລາວ ກ່ຽວກັບໂຄງສ້າງ, ເນື້ອໃນ ທັງຄັດເລືອກຮູບພາບ ເພື່ອປະກອບເຂົ້າໃນຮ່າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດ ນາມ” ທັງຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄືສອງສະພາແຫ່ງຊາດ ລາວ-ຫວຽດນາມ ຕະຫຼອດມາ.
ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການເຮັດວຽກ, ປຶກສາຫາລືແລກປ່ຽນຄຳເຫັນ ແລະ ຂໍ້ມູນທາງດ້ານເນື້ອໃນຂອງຮ່າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ກັບຄະນະຊ່ຽວຊານຂອງສະພາແຫ່ງຊາດລາວ; ສະຫາຍໄດ້ກ່າວວ່າ: ຂ້າພະເຈົ້າໄດ້ຕິດຕາມ ແລະ ຮັບການລາຍງານຢ່າງໃກ້ຊິດ ເຫັນວ່າປຶ້ມ 50 ປີດັ່ງກ່າວ ມີເນື້ອໃນຂ້ອນຂ້າງຄົບຖ້ວນ ເລີ່ມແຕ່ປະຫວັດແຫ່ງສາຍພົວພັນ ນັບແຕ່ປະຫວັດສາດ, ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ສັງຄົມ, ວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລວມໄປເຖິງທິດທາງການພົວພັນຮ່ວມມື ເຊິ່ງປຶ້ມຈະເປັນບົດຮຽນ, ແຫຼ່ງຂໍ້ມູນ, ເນື້ອໃນທີ່ສຳຄັນອັນລ້ຳຄ່າ ໃຫ້ແກ່ຄົນຮຸ່ນໜຸ່ມໄດ້ສຶກສາ, ຄົ້ນຄວ້າ, ສືບທອດ ແລະ ປົກປັກຮັກສາສາຍພົວພັນແບບພິເສດ ລາວ-ຫວຽດນາມ ມີໜຶ່ງດຽວໃນໂລກ ໃຫ້ໝັ້ນຄົງຕະຫຼອດໄປ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ຄະນະຊ່ຽວຊານຫວຽດນາມ ທີ່ໄດ້ເອົາໃຈໃສ່ສຸມກໍາລັງແຮງ ແລະ ຫົວຄິດປັນຍາ ຄົ້ນຄວ້າການພົວພັນຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ມາຮອດປີນີ້ ພໍດີຄົບຮອບ 50 ປີ, ຄະນະຮັບຜິດຊອບຂຽນປຶ້ມດັ່ງກ່າວ ກໍຈະເຮັດສຳເລັດເນື້ອໃນ ລວມທັງການປະກອບຮູບພາບ, ການອອກແບບ ເພື່ອໃຫ້ທັນຈັດພິມຈຳໜ່າຍ, ເຜີຍແຜ່ ແລະ ສະເຫຼີມສະຫຼອງໃຫ້ທັນກັບກໍານົດວັນເວລາໃຫ້ສຳເລັດພາຍໃນເດືອນກັນຍາ 2025 ທີ່ຈະມາເຖິງນີ້.