(ສພຂ) – ວັນທີ 18-19 ສິງຫານີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ໂດຍການຕ້ອນຮັບຂອງທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ຈາກນັ້ນ, ໄດ້ພົບປະກັບທ່ານ ປອ. ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ໂດຍໄດ້ແຈ້ງຈຸດປະສົງຂອງການເຄື່ອນໄຫວຄັ້ງນີ້ ກໍເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂອງບັນດາພະແນກການ-ກົມກອງຢູ່ຂັ້ນທ້ອງຖິ່ນ ພ້ອມທັງຮັບຟັງການລາຍງານກ່ຽວກັບສະພາບລວມການນຳພາຊີ້້ນຳຂອງຄະນະພັກ, ອົງການປົກຄອງແຂວງ ທີ່ພົ້ນເດັ່ນຫຼາຍດ້ານ.

ວັນທີ 19 ສິງຫາ, ໄດ້ມີກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ພາຍໃຕ້ການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ; ທັງນີ້, ກໍເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດ ແລະ ຊຸກຍູ້ວຽກງານໂຄສະນາລັດຖະທຳມະນູນ ສະບັບປີ 2025 ແລະ ກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍການສ້າງນິຕິກຳ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ. ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຕໍ່ກັບການຈັດຕັ້ງປະຕິບັດ 4 ກົດໝາຍດັ່ງກ່າວ ຕາມການເຈາະຈີ້ມຂອງປະທານກອງປະຊຸມ ຈາກ 8 ພາກສ່ວນຂອງແຂວງ ເຊິ່ງເຫັນໄດ້ຜົນສໍາເລັດອັນພົ້ນເດັ່ນ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງບັນຫາທີ່ຈະຕ້ອງເພີ່ມທະວີການປັບປຸງແກ້ໄຂ.

ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ປະກອບຄໍາຄິດເຫັນອັນເປັນປະໂຫຍດ ແລະ ເຕັມໄປດ້ວຍເນື້ອໃນສໍາຄັນ ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ເຊິ່ງຄໍາຄິດຄໍາເຫັນ, ຂໍ້ມູນ ແລະ ຂໍ້ສະເໜີຕ່າງໆ ຂອງທຸກພາກສ່ວນ ຄະນະຮັບຜິດຊອບຈະນໍາໄປຄົ້ນຄວ້າເພື່ອເປັນຂໍ້ມູນປັບປຸງກົດໝາຍໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານການໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງປະຊາຊົນລາວບັນດາເຜົ່າຢູ່ແຂວງຈຳປາສັກ. ທັງສະເໜີໃຫ້ຄະນະພັກ, ຄະນະນໍາຂອງແຂວງ ຄົ້ນຄວ້າພິຈາລະນາສະໜອງງົບປະມານ, ພາຫະນະ, ບຸກຄະລາກອນ ແລະ ອື່ນໆ ເພື່ອຊຸກຍູ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ມີຄຸນນະພາບສູງກວ່າເກົ່າ; ສະພາປະຊາຊົນແຂວງ ເອົາໃຈໃສ່ປະສານສົມທົບກັບບັນດາພະແນກການທີ່ກ່ຽວຂ້ອງ ສ້າງແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍຂອງແຂວງແຕ່ລະໄລຍະ ເປັນຕົ້ນ: ແຜນການ 5 ປີ, ແຜນປີ ແລະ ອື່ນໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນລະບົບຕໍ່ເນື່ອງ; ພະແນກກະສິກໍາ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ, ມະຕິ, ດໍາລັດ, ຄໍາສັ່ງ ແລະ ນິຕິກຳໃຕ້ກົດໝາຍອື່ນ ທີ່ກ່ຽວຂ້ອງກັບການຄຸ້ມຄອງ, ນໍາໃຊ້ທີ່ດິນ ໃຫ້ມີຄວາມເຂັ້ມງວດ ແລະ ເອົາໃຈໃສ່ປະສານສົມທົບກັບບໍລິສັດຜູ້ລົງທຶນ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ແລະ ນິຕິກຳໃຕ້ກົດໝາຍອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ພະແນກໂຍທາທິການ ແລະ ຂົນສົ່ງ ປະສານສົມທົບກັບພະແນກການ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

(ສົມວິຈິດ ໄຊມົນຕີ)