(ສພຊ) ໃນລະຫວ່າງວັນທີ 6-8 ມັງກອນ 2022 ທີ່ແຂວງຫລວງພະບາງ ກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້ “ການສ້າງສາລະຄະດີ, ສຳເນົາຮູບພາບ-ວີດີໂອ, ຕັດຕໍ່ສາລະຄະດີ ແລະ ການຂຽນຂ່າວສື່ອອນລາຍ”; ໂດຍການເປັນປະທານຂອງທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ທັງເປັນຜູ້ຊີ້ນໍາວຽກງານສື່ມວນຊົນສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານເລຂາ-ຮອງເລຊາທິການສະພາປະຊາຊົນແຂວງ 6 ແຂວງພາກເໜືອ, ຄະນະກົມ, ຄະນະພະແນກ, ບັນດາທ່ານວິທະຍາກອນ, ນັກສຳມະນາກອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ວຽກງານສື່ມວນຊົນຂອງ ສພຂ ໄດ້ຮັບການຍົກລະດັບ
