(ສພຊ) – ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ຄະນະຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຊິ່ງຕາງໜ້າຄະນະຜູ້ແທນທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ນໍາໂດຍສະຫາຍ ພົທ. ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ, ປະທານສະຫະພັນນັກຮົບເກົ່າລາວ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ທີ່ໜ້າຫໍສະພາແຫ່ງຊາດ ແລະ ວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 5 ມັງກອນນີ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະເປີດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026.

ການວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບຸລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພ້ອມນີ້, ຍັງເປັນການສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເພິ່ນໄດ້ສຸມສະຕິປັນຍາເຂົ້າໃນການນໍາພາ-ຊີ້ນໍາພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ; ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ຂອງການປະຕິວັດໃນໄລຍະໃໝ່ ພ້ອມທັງເປັນຜູ້ລິເລີ່ມນໍາພາຈັດຕັ້ງປະຕິບັດ ອັນໄດ້ກາຍເປັນພື້ນຖານໃນການດຳເນີນວຽກງານ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ-ລັດເຮົາໃນປັດຈຸບັນ ແລະ ນັບມື້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ມີຄຸນນະພາບຊີວິດດີຂຶ້ນເທື່ອລະກ້າວ, ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ; ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍະລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

(ເພຈເຟສບຸກ ໜສພ. ປະຊາຊົນ)

