ວາງກະຕ່າດອກໄມ້ ໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ທ.ວ. 12, 2025

(ສພຊ) – ວັນທີ 12 ທັນວານີ້, ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຕະຫຼອດຊີວິດເພື່ອຜົນປະໂຫຍດລວມຂອງຊາດ ເພື່ອອະນາຄົດຂອງລູກຫຼານບັນດາເຜົ່າ; ປະ ທານ ໄກສອນ ພົມວິຫານ ໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນ; ເພິ່ນແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ; ເພິ່ນເປັນຜູ້ນໍາສູງສຸດຂອງການປະຕິວັດທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ, ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ນໍາພາສ້າງຕັ້ງ, ຖະນຸບໍາລຸງ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລ, ສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.