(ສພຊ) – ວັນທີ 21 ພຶດສະພາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າ ໃຈ ລະຫວ່າງກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງ ກອນ ຣາຊະວິທະຍາໄລ ແຫ່ງ ລາຊະອານາຈັກໄທ ວ່າດ້ວຍການສົ່ງເສີມການສຶກສາສົງ; ຝ່າຍມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ໂດຍມີພຣະເທບວັດຊະຣະສານບັນດິດ ຮສ. ປອ. ຮອງອະທິການບໍດີມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແລະ ຝ່າຍກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດລາວ ແມ່ນທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດລາວ ເປັນຜູ້ລົງນາມໃສ່ບົດບັນທຶກດັ່ງກ່າວ ເຊິ່ງມີພຣະອາຈານໃຫຍ່ ບຸນສວນ ພັນທະວົງ ຮອງປະທານອົງການພຸດທະສາສະໜາສັມພັນລາວ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທ ປະຈຳ ສປປລາວ, ບັນດາທ່ານຮອງປະທານກໍາມາທິການ ແລະ ຄະນະເລຂາທິການ ສພຊ, ຮອງລັດຖະມົນຕີຈາກກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ທ່ານຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຕາງໜ້າຂອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງພາຍໃນ, ສະມາຊິກສະພາແຫ່ງຊາດ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີ, ທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ກໍາມາທິການການຕ່າງປະເທດ ຕາງໜ້າໃຫ້ກອງເລຂາຊ່ວຍວຽກໃນການສ້າງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ລາຍງານກ່ຽວກັບສະພາບການກະກຽມໂດຍຫຍໍ້, ບາງເນື້ອໃນຈິດໃຈສໍາຄັນຂອງບົດບັນທຶກ ແລະ ທິດທາງການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈໃນຕໍ່ໜ້າ ເຊິ່ງບົດບັນທຶກຄວາມເຂົ້າໃຈລະຫວ່າງກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ຂອງປະເທດໄທ ວ່າດ້ວຍການສົ່ງເສີມການສຶກສາສົງ ມີຈຸດປະສົງຕົ້ນຕໍເພື່ອຊຸກຍູ້ ແລະ ສົ່ງເສີມການສຶກສາສົງ ໂດຍສະເພາະແມ່ນການສ້າງຊັບພະຍາກອນມະນຸດ, ການຍາດແຍ່ງລະ ດົມຂົນຂວາຍທຶນຮອນ-ວັດຖຸອຸປະກອນ, ບູລະນະ ແລະ ສ້າງພື້ນຖານໂຄງລ່າງ ໃຫ້ແກ່ການສຶກສາສົງ, ສ້າງຄວາມເຂັ້ມແຂງໃຫ້ພຣະສົງ ແລະ ຄະລືຫັດ ໃນຂົງເຂດວຽກງານສຶກສາສົງ ມີປະສິດທິພາບ ແລະ ປະສິດຜົນສູງຂຶ້ນກວ່າເກົ່າ. ຈາກນັ້ນ, ພຣະເທບວັດຊະຣະສານບັນດິດ ກໍໄດ້ມີຄຳເຫັນໂດຍເນັ້ນໃຫ້ເຫັນເຖິງຄວາມໝາຍສຳຄັນ ແລະ ຜົນປະໂຫຍດໃນຈັດຕັ້ງປະຕິບັດບົດບັນທຶກວ່າດ້ວຍການສົ່ງເສີມການສຶກສາສົງ ເຊິ່ງຈະນຳເອົາຜົນປະໂຫຍດຮ່ວມກັນ ມາສູ່ການພັດທະນາ ແລະ ປັບປຸງວຽກງານການຊຸກຍູ້ ແລະ ສົ່ງເສີມການສຶກສາສົງ ໃນສອງປະເທດ ລາວ-ໄທ.
ຄະນະຜູ້ແທນມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ຍັງໄດ້ເດີນທາງໄປທ່ຽວຊົມ ແລະ ສັກກະລະບູຊາສະຖານທີ່ສຳຄັນທາງພຸດທະສາສະໜາຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ຈຳນວນໜຶ່ງ ອີກດ້ວຍ.