(ສພຊ) – ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະຕໍ່ຂະແໜງວັດທະນະທຳ-ສັງຄົມ:
1. ວຽກງານສຶກສາທິການ ແລະ ກິລາ
1) ການຈັດຕັ້ງປະຕິບັດບັນດາຄາດໝາຍ ຍັງບໍ່ບັນລຸຫຼາຍຄາດໝາຍທີ່ສໍາຄັນ, ການແກ້ໄຂບັນຫາປະລະການຮຽນ, ຄຸນນະພາບການສຶກສາ ແລະ ບັນຫາການຂາດຄູ ເຮັດໃຫ້ມີການສອນຫ້ອງຄວບຫຼາຍໃນຊັ້ນປະຖົມ.
2) ແກ້ໄຂບັນຫາການລົງທຶນໃສ່ຂົງເຂດສຶກສາ ແລະ ສາທາ ທີ່ກໍານົດໄວ້ 18% ຂອງ GDP ຕາມກົດໝາຍລະບຸໄວ້; ພັດທະນາຫຼັກສູດການສຶກສາສໍາລັບຄົນພິການ; ສະໜອງໂກຕາຄູໃຫ້ຂະແໜງສຶກສາ, ພິຈາລະນາໂກຕາຄູອະນຸບານຢູ່ໂຮງຮຽນທີ່ຍັງຂາດຫຼາຍ; ເພີ່ມເງິນເດືອນ ແລະ ສະຫວັດດີການໃຫ້ຄູໃຫ້ຫຼາຍຂຶ້ນ; ການຫັນປ່ຽນລະບົບການຮຽນ-ການສອນ ຈາກຮູບແບບ 5+4+3 ເປັນ 6+3+3 ເຫັນຄວນໃຫ້ເລີ່ມປະຕິບັດລະບົບໃໝ່ນີ້ຕັ້ງແຕ່ຫົວທີ ໂດຍສະເພາະແມ່ນເຂດທີ່ມີຄວາມພ້ອມ ແລະ ສົ່ງເສີມການຮຽນສາຍອາຊີວະສຶກສາ (ການສຶກສາວິຊາຊີບ) ໃຫ້ຫຼາຍຂຶ້ນ.
2. ວຽກງານສາທາລະນະສຸກ
ການບໍລິການປິ່ນປົວສຸຂະພາບຍັງບໍ່ເປັນທີ່ເພິ່ງພໍໃຈຂອງປະຊາຊົນ, ການສະໜອງຢາ ແລະ ອຸປະກອນການແພດ ຍັງມີບັນຫາ, ເຫັນຄວນສະໜອງງົບປະມານເຂົ້າໃນກອງທຶນປະກັນສຸຂະພາບທີ່ຍັງຕິດໜີ້ສູງ; ການແກ້ໄຂເອົົາແພດອາສາສະໝັກເປັນພາລະກອນ; ຄົ້ນຄວ້າການເກັບພາສີນຳເຂົ້າປະເພດເຄື່ອງດື່ມທີ່ມີທາດເຫຼົ້າ ເຊິ່ງເຫັນວ່າຍັງເກັບໃນອັດຕາທີ່ຕໍ່າຫຼາຍ.
3. ວຽກງານແຮງງານ ແລະ ສະຫວັດດີການສັງຄົມ
1) ຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຄຸນງາມຄວາມດີຕໍ່ການປະຕິວັດຊາດປະຊາທິປະໄຕ ໃຫ້ສໍາເລັດ;
2) ຍົກລະດັບສີມືແຮງງານລາວ ແລະ ສ້າງຄວາມເຂົ້າໃຈກ່ຽວກັບຄ່ານິຍົມໃນການຫຼັ່ງໄຫຼ່ອອກໄປເຮັດວຽກຢູ່ຕ່າງປະເທດ, ສົ່ງເສີມວຽກເຮັດງານທໍາຢູ່ພາຍໃນປະເທດ, ແກ້ໄຂບັນຫາການຂາດແຄນແຮງງານ;
3) ລົງທຶນເຂົ້້າໃນການເຝິກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານໃນຂະແໜງຕ່າງໆທີ່ຈໍາເປັນ;
4) ກໍານົດເອົາວຽກງານການປົກປ້ອງສັງຄົມ, ວຽກງານຄົນພິການ ເປັນຕົ້ນ: ຫຼັກສູດການຮຽນ-ການສອນຄົນພິການ, ການພັດທະນາສີມືແຮງງານ, ການຊອກຫາວຽກເຮັດງານທໍາໃຫ້ຄົນພິການ, ການປັບປຸງພື້ນຖານໂຄງລ່າງທີ່ຕິດພັນກັບຄົນພິການ.
ລົງທຶນໃສ່ສຶກສາ ແລະ ສາທາ 18% ຂອງ GDP, ເກັບພາສີນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ຍັງຕໍ່າຫຼາຍ
