
ຕອນເຊົ້າວັນອັງຄານ, ວັນທີ 19 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມ ສພຂ, ບັນດາອະນຸກໍາມະການໄດ້ລາຍງານຄວາມພ້ອມໃນການກະກຽມ ແລະ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ອຸດົມໄຊ ຊຸດທີ II ຕໍ່ປະທານ ສພຂ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານ ສພຂ, ມີທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານ ສພຂ, ທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານ ສພຂ, ປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ວິຊາການພາຍໃນ ສພຂ ເຂົ້າຮ່ວມ.


ກອງປະຊຸມບັນດາທ່ານຫົວໜ້າອະນຸກຳມະການໄດ້ລາຍງານການກະກຽມເນື້ອໃນ ແລະ ຄວາມພ້ອມຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ອຸດົມໄຊ ຊຸດທີ II ບົນພື້ນຖານການກະກຽມແມ່ນສໍາເລັດໂດຍພື້ນຖານ. ຈາກນັ້ນ, ປະທານກອງປະຊຸມໄດ້ມີທິດຊີ້ນຳຕໍ່ກອງປະຊຸມ ແລະ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄໍາເຫັນ ແລະ ມີຄໍາສະເໜີຕໍ່ກອງປະຊຸມຢ່າງກົງໄປກົງມາ ແລະ ຖອດຖອນບົດຮຽນໃນການກະກຽມກອງປະຊຸມຄັ້ງຜ່ານມາ, ເຫັນວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ແລະ ຄວນມີວິທີທາງແກ້ໄຂຄືແນວໃດ ເພື່ອເຮັດໃຫ້ການກະກຽມດໍາເນີນກອງປະຊຸມໃຫ້ສໍາເລັດຕາມລະດັບຄາດໝາຍ ແລະ ທັນຕາມກໍານົດເວລາ.


ຕອນທ້າຍ, ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບໃນການກະກຽມດ້ານຕ່າງໆສຳເລັດເບື້ອງຕົ້ນ ແລະ ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນອະນຸກໍາມະການທີ່ຖືກແຕ່ງຕັ້ງໃຫ້ເອົາໃຈໃສໃນການປະສານສົມທົບກັບບັນດາອະນຸກໍາມະການພາຍໃນ, ພະແນກການທີ່ກ່ຽວຂ້ອງໃຫ້ລະອຽດຄົບຖ້ວນ, ຂໍທິດຊີ້ນໍາຈາກຫົວໜ້າອະນຸກຳມະການຢ່າງເປັນປົກກະຕິ ແລະ ປະຕິບັດໜ້າທີ່ຕົນຕາມການໝອບໝາຍໃຫ້ສໍາເລັດ.


