(ສພຊ) – ວັນທີ 18 ກຸມພາຜ່ານມາ ທີ່ຫໍສະພາແຫ່ງຊາດ ໄດ້ມີກອງປະຊຸມເພື່ອຮັບຟັງລາຍງານຜົນການລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາ ແລະ ປຸກລະດົມຂະບວນການການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ເເລະ ສະພາປະຊາຊົນຂັ້ນເເຂວງ ຊຸດທີ V ພາຍໃຕ້ການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຄະນະກໍາມະການເລືອກຕັ້ງລະດັບຊາດ ທັງເປັນຮອງຫົວໜ້າອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການ ໂດຍມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ມີຄໍາເຫັນວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອຮັບຟັງການລາຍງານຂອງເເຕ່ລະຄະນະໃນອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນ ທີ່ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານທີ່ກໍານົດເຂົ້າໃນການຮັບໃຊ້ໃຫ້ເເກ່ການເລືອກຕັ້ງທີ່ຈະຈັດຂຶ້ນໃນວັນອາທິດທີ 22 ກຸມພາ 2026 ເພື່ອພ້ອມກັນສະຫຼຸບຕີລາຄາການຕິດຕາມ, ຊຸກຍູ້ວຽກງານດັ່ງກ່າວ ຕາມຄໍາເເນະນໍາກ່ຽວກັບການໂຄສະນາ, ປຸກລະດົມຂະບວນການ ເເລະ ການໂຄສະນາຫາສຽງ ພ້ອມທັງສະເໜີໃຫ້ເເຕ່ລະຄະນະລາຍງານຜົນການລົງໄປຕິດຕາມຢູ່ເເຕ່ທ້ອງຖິ່ນ.
ຈາກນັ້ນ, ຕາງໜ້າໃຫ້ເເຕ່ລະຄະນະ ກໍໄດ້ລາຍງານໂດຍຫຍໍ້ສະພາບຄວາມເປັນຈິງການລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານໂຄສະນາ, ປຸກລະດົມຂະບວນການ ເເລະ ການໂຄສະນາຫາສຽງຢູ່ເເຕ່ລະທ້ອງຖິ່ນ; ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເເລະ ການເເກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂອງຄະນະຮັບຜິດຊອບການເລືອກຕັ້ງ; ຜົນໄດ້ຮັບຂອງການເຄື່ອນໄຫວຕິດຕາມ, ຊຸກຍູ້ ເເລະ ອື່ນໆ.
ໃນຕອນທ້າຍ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີຄໍາເຫັນສະຫຼຸບສັງລວມເນື້ອໃນຂອງກອງປະຊຸມ ພ້ອມທັງເນັ້ນໃຫ້ບັນດາທ່ານໃນອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການ ຈົ່ງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ເເລະ ດ້ວຍຄວາມຮັບຜິດຊອບສູງ ຕໍ່ວຽກງານທີ່ຕົນຮັບຜິດຊອບ ເເນໃສ່ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.

