
ຕອນບ່າຍວັນທີ 24 ທັນວາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເປີດກອງປະຊຸມລາຍງານການກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງ, ມີທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ ຂອງແຕ່ລະອະນຸກໍາມະການ ກ່ຽວກັບການກະກຽມຄວາມພ້ອມທາງດ້ານພິທີການ, ດ້ານບໍລິຫານ ແລະ ດ້ານເນື້ອໃນຕ່າງໆ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II. ຫຼັງຈາກນັ້ນ, ບັນດາທ່ານໃນຄະນະປະຈໍາ, ບັນດາອະນຸກໍາມະການກ່ຽວຂ້ອງໄດ້ມີຄໍາຄິດຄໍາເຫັນແລກປ່ຽນ ແລະ ປຶກສາຫາລືກັນ ຢ່າງກົງໄປກົງມາ.




ພາບ/ຂ່າວ: ສພຂ.