(ສພຊ) ໃນຕອນບ່າຍວັນທີ 7 ທັນວາ 2022 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສຈ. ປອ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຊີ້ແຈງຕໍ່ຄໍາຊັກຖາມທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ.
![](https://na.gov.la/wp-content/uploads/2022/12/318789822_595114319284724_3921965076396264108_n.jpg)
ພາຍຫຼັງທ່ານ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຊີ້ແຈງແລ້ວ, ປະທານກອງປະຊຸມ ໄດ້ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາຖາມເຈາະຈີ້ມຕື່ມຕໍ່ບັນຫາທີ່ຍັງມີຄວາມສົນໃຈ ເພື່ອໃຫ້ທ່ານ ລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຊີ້ແຈງກັບທີ່ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ບັນດາທ່ານ ສະມາ ຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ.