(ສພຊ) – ອີງຕາມການລາຍງານຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກ່ຽວກັບທິດທາງແຜນວຽກຈຸດສຸມປີ 2026 ລັດຖະບານ ຈະສຸມໃສ່ປະຕິດບັດດ້ານເສດຖະກິດ:
1) ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຊຸກຍູ້ການເກັບລາບຮັບໃຫ້ເພີ່ມຂຶ້ນ ດ້ວຍການເກັບລາຍຮັບໃຫ້ຄົບຖ້ວນ ແລະ ນໍາໃຊ້ເຄື່ອງທັນສະໄໝໃນການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ, ປັບປຸງກົນໄກການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິ.
2) ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDP; ສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ.
3) ສືບຕໍ່ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ທັງປະເມີນ ແລະ ທົບທວນຄືນອັດຕາດອກເບ້ຍພື້ນຖານ, ອັດ ຕາສ່ວນເງິນແຮຝາກບັງຄັບ; ຄວບຄຸມປະລິມານເງິນ M2 ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ ແລະ ສອດຄ່ອງກັບການດໍາເນີນນະໂຍບາຍເງິນຕາ.
4) ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ປັບປຸງ ແລະ ພັດທະນາຕະຫຼາດຊື້-ຂາຍເງິນຕາຜ່ານລະບົບເອເລັກໂຕຣນິກ (LFX) ໃຫ້ກວ້າງຂຶ້ນຕື່ມ.
5) ສືບຕໍ່ຄຸ້ມຄອງທຸກແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ທັງປຸກລະດົມສັງຄົມໃຫ້ຍົກສູງຄຸນຄ່າເງິນກີບ, ສ້າງກົນໄກນໍາໃຊ້ສະກຸນເງິນທ້ອງຖິ່ນ ເຂົ້າໃນການຊໍາລະສິນຄ້າ ແລະ ບໍລິການຢູ່ ສປປລາວ ກັບບັນດາປະເທດອ້ອມຂ້າງ ແລະ ປະເທດຄູ່ຄ້າແບບສອງຝ່າຍ.
6) ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ໃຫ້ມີຄວາມສະດວກ, ກະທັດຮັດ ແລະ ວ່ອງໄວ ຫຼຸດຜ່ອນຂອດຂັ້ນ ແລະ ແກ້ໄຂສິ່ງອຸດຕັນຕ່າງໆ ທັງເພີ່ມທະວີການຕິດຕາມ ແລະ ປະເມີນໂຄງການທີ່ໄດ້ອະນຸມັດ ໃຫ້ດຳເນີນໄປຕາມສັນຍາທີ່ໄດ້ຕົກລົງກັນ.
7) ສືບຕໍ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງຕາມຂະແໜງເສດຖະກິດປາຍແຫຼມ ໂດຍສະເພາະບັນດາໂຄງ ການພະລັງງານສະອາດ ແລະ ພະລັງງານທາງເລືອກ, ຊຸກຍູ້ການພັດທະນາໂຄງການສາຍສົ່ງເຊື່ອມຕໍ່ 500 kV ລາວ-ຈີນ ແລະ ສ້າງສາຍສົ່ງ 230 kV ເຊື່ອມຕໍ່ກັບພາຍໃນ.
8.) ເຂັ້ມງວດການຄຸ້ມຄອງບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ສົ່ງເສີມການປຸ່ງແຕ່ງແຮ່ທາດເປັນຜະ ລິດຕະພັນສຳເລັດຮູບກ່ອນສົ່ງອອກ; ສົ່ງເສີມການຜະລິດແນວພັນພືດ-ສັດ, ຝຸ່ນ-ປຸ໋ຍ ແລະ ອາຫານສັດ ເພື່ອຊົມໃຊ້ພາຍໃນ; ເພີ່ມທະວີດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນ.
9) ສົ່ງເສີມ ແລະ ພັດທະນາຈຸນລະວິສາຫາກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂັ້ມແຂງ.
10) ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງຄົມມະນາຄົມ ລວມທັງປັບປຸງບັນດາໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃຫ້ສຳເລັດ; ສືບຕໍ່ຊຸກຍູ້ນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ກໍ່ສ້າງເສັ້ນທາງດ່ວນ ແລະ ທາງດ່ວນຄູ່ຂະໜານທາງ R3, ທາງລົດໄຟ ແລະ ທາງດ່ວນອື່ນໆ.
11) ຍົກລະດັບໂຄງລ່າງພື້ນຖານໂທລະຄົມມະນາຄົມ ໃຫ້ໄດ້ມາດຕະຖານສາກົນ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງຊຸກຍູ້ ແລະ ສົ່ງເສີມການພັດທະນາອຸດສາຫະກໍາດິຈິຕອນ, ການຄົ້ນຄວ້ານຳໃຊ້ເຕັກໂນໂລຊີລະ ດັບສູງ.

