ລະດົມຄຳຄິດເຫັນດ້ານເນື້ອໃນ ໃສ່ປຶ້ມ 50 ປີ ສາຍພົວພັນ ສພຊ ລາວ-ຫວຽດນາມ

ພ.ພ. 16, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ກອງປະຊຸມລະດົມຄໍາຄິດເຫັນດ້ານເນື້ອໃນ ໃສ່ປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ໄດ້ຈັດຂຶ້ນໃນວັນທີ 15-16 ພຶດສະພານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານກຳມາທິການການຕ່າງປະເທດ, ຮອງເລຂາທິການ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ, ປະທານສະພາປະຊາຊົນແຂວງວຽງຈັນ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມຈາກ ສພຊ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ບັນດາພະນັກງານອາວຸໂສບຳນານ ແລະ ພະນັກງານທີ່ກ່ຽວຂ້ອງ. ທັງນີ້ ກໍເພື່ອຄົ້ນຄວ້າ, ປຶກສາຫາລື, ລະດົມແນວຄວາມຄິດ ແລະ ປະກອບຄໍາເຫັນດ້ານເນື້ອໃນໃສ່ປຶ້ມດັ່ງກ່າວ ໃຫ້ມີຄວາມສົມບູນ, ຄົບຖ້ວນ ເພື່ອຈະນໍາໄປປຶກສາຫາລືກັບຝ່າຍຫວຽດນາມໃນຂັ້ນສຸດທ້າຍ ໃນທ້າຍເດືອນມິຖຸນານີ້.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ຈະໄດ້ສ່ອງແສງໃຫ້ເຫັນເຖິງຜົນສໍາເລັດອັນໃຫຍ່ຫຼວງ ໃນການປະຕິບັດພາລະບົດບາດ ແລະ ການເຄື່ອນໄຫວຂອງສອງສະພາແຫ່ງຊາດ ລາວ-ຫວຽດນາມ ໂດຍຕິດພັນກັບການຈັດຕັ້ງປະຕິບັດລັດຖະທຳມະນູນສະບັບທຳອິດ ແລະ ສະ ບັບປັບປຸງໃນແຕ່ລະໄລຍະ, ແນວທາງປ່ຽນແປງໃໝ່ຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ໃນສະພາບການຜັນແປທີ່ສັບສົນຂອງພາກພື້ນ ແລະ ສາກົນ; ພ້ອມກັນນັ້ນ, ປຶ້ມປະຫວັດສາດເຫຼັ້ມນີ້ ຍັງໄດ້ໃຫ້ຮູ້ເຖິງທິດທາງການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃນຕໍ່ໜ້າອີກດ້ວຍ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບລວມໃນການສ້າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ໃນໄລຍະຜ່ານມາ, ສະເໜີເນື້ອໃນໂດຍຫຍໍ້ໃສ່ແຕ່ລະພາກຂອງປຶ້ມ ແລະ ຮັບຟັງການສະເໜີການອອກແບບໜ້າປົກ, ການປະກອບຮູບພາບໃສ່ຕາມເນື້ອໃນຈິດໃຈຂອງປຶ້ມດັ່ງກ່າວ; ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄວາມເຫັນຕໍ່ເນື້ອໃນຂອງແຕ່ລະພາກທີ່ໄດ້ນໍາມາປຶກສາຫາລື ຢ່າງພາວະວິໄສ, ຕົວຈິງ ແລະ ເລິກເຊິ່ງ ເຮັດໃຫ້ກອງປະຊຸມບັນລຸຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.
(ນາງ ກຸກກິກ ບຸດດາໄຊ)