

ກອງປະຊຸມສໍາມະນາລະດົມຄວາມຄິດເຫັນໃສ່ຮ່າງປຶ້ມຄູ່ມື 2 ສະບັບຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ເມືອງແປກ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ມີບັນດາຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ບັນດາທ່ານຊ່ຽວຊານສ້າງຮ່າງປຶ້ມຄູ່ມື ແລະ ບັນດາທ່ານຄະນະກົມ, ຕາງໜ້າອົງການເຮວວີຕັດ ແລະ ກອງເລຂາຊ່ວຍວຽກ ພ້ອມດ້ວຍແຂກຖືກເຊີນ.

ກອງປະຊຸມໄດ້ຮັບຟັງການສະເໜີຮ່າງປຶ້ມຄູ່ມືລົງພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; ຮັບຟັງການສະເໜີຮ່າງປຶ້ມຄູ່ມືການພິຈາລະນາ ແລະ ແກ້ໄຂສາຍດ່ວນ ຈາກບັນດານັກວິທະຍາກອນ ຈາກນັ້ນ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດ ຄໍາເຫັນໃສ່ຮ່າງປຶ້ມຄູ່ມືດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ແທດເໝາະກັບການປະຕິບັດຕົວຈິງ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຄະນະເລຂາທິການສະພາແຫ່ງຊາດ ແລະ ອົງການເຮວວີຕັດ.
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)