(ມື້ທີ1)​ ກອງປະຊຸມປຶກສາຫາລືການແກ້ໄຂບັນຫາການແຕ່ງດອງກ່ອນໄວ ເເລະ ການພັດທະນາໄວໜຸ່ມ

ກ.ຍ. 1, 2025

(ສພຊ) – ມື້ທີ 1 ຂອງກອງປະຊຸມວ່າດ້ວຍການແກ້ໄຂບັນຫາການແຕ່ງດອງໃນໄວເດັກ ໄດ້ເປີດຢ່າງເປັນທາງການ ໂດຍມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ) ເປັນປະທານກອງປະຊຸມ ພ້ອມດ້ວຍຄໍາກ່າວຕ້ອນຮັບຈາກທ່ານ ບີລານ ອໍຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປລາວ.
ກອງປະຊຸມໄດ້ພິຈາລະນາຜົນໄດ້ຮັບຈາກການສຳຫຼວດແຫ່ງຊາດ ແລະ ຜົນກະທົບທາງເສດຖະກິດຂອງການແຕ່ງດອງໃນໄວເດັກ ທີ່ນຳສະເໜີໂດຍຕາງໜ້າຈາກກຳມາທິການວັດທະນາທຳ-ສັງຄົມ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຂະແໜງການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນຳສະເໜີມາດຕະການ, ນະໂຍບາຍ ແລະ ແຜນງານຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂບັນຫາ ໂດຍສະເພາະເນັ້ນໃສ່ການເບິ່ງຄອບຄົວທຸກຍາກ ແລະ ເດັກຍິງທີ່ຂາດໂອກາດ.
ກອງປະຊຸມໄດ້ແບ່ງກຸ່ມຄົ້ນຄວ້າ 3 ດ້ານຫຼັກ: ນະໂຍບາຍດ້ານການສຶກສາ,​ສາທາລະນະສຸກ-ໂພຊະນາການ, ແລະ ແຮງງານ ແລະ ສະຫວັດດີການສັງຄົມ​ ເຊິ່ງຈະສະແດງໃຫ້ເຫັນ​ເຖິງຄວາມຫ່ວງໃຍ ແລະ ຄວາມມຸ່ງໝັ້ນຂອງລັດຖະບານລາວ ໃນການແກ້ໄຂບັນຫາການແຕ່ງດອງໃນໄວເດັກ ຜ່ານການຮ່ວມມືລະຫວ່າງຂະແໜງການຕ່າງໆ ແລະ ອົງການສາກົນ.
ກອງປະຊຸມຄັ້ງນີ້ ໄດ້ຮັບງົບປະມານຊ່ວຍເຫຼືອຂອງອົງການ UNICEF, UNFPA ແລະ HPA ເຊິ່ງຈັດຂຶ້ນທີ່ທ່າລາດ, ແຂວງວຽງຈັນ ໃນລະຫວ່າງວັນທີ 1-3 ກັນຍາ 2025 ໂດຍມີທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ (ກວທສ), ບັນດາທ່ານປະທານ-ຮອງປະທານກຳມາທິການ ສພຊ, ສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການຂອງ ກວທສ, ຕາງໜ້າຈາກກະຊວງ-ອົງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າ ແລະ ຊ່ຽວຊານຂອງອົງການຈັດຕັ້ງສາກົນ ພ້ອມດ້ວຍພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 110 ທ່ານ.

(ກຳມາທິການ​ວັດທະນະທຳ-​ສັງຄົມ)