

ຕອນເຊົ້າຂອງວັນພະຫັດ, ວັນທີ 4 ພຶດສະພາ 2023, ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ, ສະ ພາປະຊາຊົນແຂວງອຸດົມໄຊ ໄດ້ສືບຕໍ່ຈັດກອງປະຊຸມ ທາບ ທາມຄຳເຫັນໃສ່ຮ່າງກົດໝາຍ 11 ສະບັບ ເປັນມື້ທີ 2, ໂດຍການເປັນປະທານຂອງທ່ານ ຄໍາມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະທານຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສອງກໍາລັງ ປກຊ-ປກສ, ແຂກເຊີນ ແລະ ຄະນະຮັບຜິດຊອບພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.









