(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ຊຸດທີ II ໄດ້ດຳເນີນໃນວັນທີ 22-23 ກໍລະກົດນີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ມີທ່ານ ພົທ. ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ທ່ານ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ທັງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 7, ບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ອະດີດການນໍາຂອງແຂວງ, ນັກປະຕິວັດອາວຸໂສ-ບໍານານ, ຕາງໜ້າອົງການ ຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ພ້ອມດ້ວຍນາຍບ້ານເທດສະບານ, ນັກທຸລະກິດ ແລະ ຜູ້ປະກອບການ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ໂດຍອອກເປັນມະຕິ 4 ສະບັບ ດັ່ງນີ້:
1. ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ສະເໜີໃຫ້ອົງການປົກຄອງແຂວງ ສືບຕໍ່ເອົາໃຈໃສ່ຄື: ຮັບປະກັນໃຫ້ແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ 5% ຂຶ້ນໄປ, ລາຍໄດ້ສະເລ່ຍຕໍ່ຫົວຄົນ ບັນລຸ 59 ລ້ານກີບ; ປະຕິບັດມະຕິ 04 ຂອງກົມການເມືອງສູນກາງພັກ, ມະຕິສະພາແຫ່ງຊາດ-ສະພາປະຊາຊົນແຂວງ, ຄໍາສັ່ງ 01 ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ; ຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໄປຄຽງຄູ່ກັບການປັບປຸງພື້ນຖານໂຄງລ່າງເສັ້ນທາງຫຼວງແຫ່ງຊາດ, ຕ້ານເຈື່ອນ; ສຸມໃສ່ການປະຕິບັດບັນດາຄາດໝາຍທາງດ້ານວັດທະນະທໍາ-ສັງຄົມ ໃຫ້ບັນລຸຕາມມະຕິສະບັບເລກທີ 158, 159 ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຂ.
2. ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ທົ່ວແຂວງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030).
3. ການປະເມີນນິຕິກໍາໃຕ້ກົດໝາຍຂອງອົງການປົກຄອງແຂວງ 3 ສະບັບຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ.
4. ການແຕ່ງຕັ້ງປະທານຄະນະກໍາມະການປົກຄອງເມືອງ 11 ເມືອງຂອງແຂວງໄຊຍະບູລີ.
ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງເພີ່ມຕື່ມຈາກທ່ານເຈົ້າແຂວງ ແລະ ບັນດາພະແນກການ, ກົມກອງ, ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ເຊິ່ງໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາສໍາຄັນທີ່ສັງຄົມສົນໃຈ ແລະ ໄດ້ຕີລາຄາຢ່າງພາວະວິໄສ, ຖືກຕ້ອງ, ສອດຄ່ອງກັບສະພາບຄວາມຈິງຂອງແຂວງ.
(ນາງ ອາລິນ ສຸພິມມະປະດິດ)
ມະຕິ 4 ສະບັບ ຖືກຮັບຮອງເອົາຢູ່ກອງປະຊຸມ ສພຂ ໄຊຍະບູລີ
