ມອບ-ຮັບ ແຜນຜັງຫໍສະພາແຫ່ງຊາດ

ກ.ພ. 9, 2026

(ສພຊ) – ວັນທີ 6 ກຸມພາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເອກະສານແບບແຜນຜັງເຕັກນິກຂອງໂຄງການປຸກສ້າງຫໍສະພາແຫ່ງຊາດລາວ ລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະ ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງສະເພາະການ, ກະຊວງກໍ່ສ້າງ ແຫ່ງ ສສ.ຫວຽດນາມ ພາຍຫຼັງໄດ້ດໍາເນີນການປັບປຸງແບບແຜນຜັງອາຄານຫໍສະພາແຫ່ງຊາດ ສໍາເລັດຢ່າງສົມບູນ; ຕາງໜ້າຝ່າຍລາວໂດຍສະຫາຍ ປອ. ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຕາງໜ້າຝ່າຍຫວຽດນາມໂດຍສະຫາຍ ໂດ ຖຽວ ກວາງ (Do Thieu Quang) ຮອງຫົວໜ້າຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງສະເພາະການ, ກະຊວງກໍ່ສ້າງ ແຫ່ງ ສສ.ຫວຽດນາມ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທັງນີ້, ເພື່ອມອບໃຫ້ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນການຄຸ້ມຄອງອາຄານຕໍ່ໄປ.
ສະຫາຍ ປອ. ບຸນທັນ ບຸນວິໄລ ໃຫ້ຮູ້ວ່າ: ໂຄງການປຸກສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາຮອດປີ 2021 ແມ່ນສໍາເລັດຢ່າງສົມບູນ 100% ພ້ອມມອບ-ຮັບໃຫ້ເລີ່ມນໍາໃຊ້ອາຄານດັ່ງກ່າວ ຈົນມາຮອດປັດຈຸບັນ; ພາຍຫຼັງການກໍ່ສ້າງສໍາເລັດ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງສະເພາະການ, ກະຊວງກໍ່ສ້າງ ແຫ່ງ ສສ.ຫວຽດນາມ ຍັງໄດ້ເອົາໃຈໃສ່ນໍາພາ-ນຳຊີ້ພາກສ່ວນກ່ຽວຂ້ອງ ເພື່ອປັບປຸງແບບແຜນຜັງເຕັກນິກອາຄານຫໍສະພາແຫ່ງຊາດ ໃຫ້ເປັນໄປຕາມການກໍ່ສ້າງຕົວຈິງ ແນໃສ່ສ້າງເປັນເອກະສານທີ່ສໍາຄັນ ທັງອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງອາຄານ ໃນການສ້ອມແປງປ່ຽນຖ່າຍອຸປະກອນຮັບໃຊ້ຕ່າງໆ ທັງພາຍໃນ ແລະ ພາຍນອກອາຄານ ໃຫ້ມີຄວາມຖືກຕ້ອງກັບຕົວຈິງ. ສະຫາຍຍັງໃຫ້ຄຳໝັ້ນສັນຍາວ່າ ຈະເກັບຮັກສາໄວ້ເປັນຢ່າງດີ ແລະ ສືບຕໍ່ສຶກສາແບບແຜນຜັງ ເຂົ້າໃນການຄຸ້ມຄອງອາຄານຕໍ່ໄປ ເພື່ອຮັບປະກັນໃຫ້ສາມາດນໍາໃຊ້ອາຄານໄດ້ຢ່າງຍາວນານ.
ຈາກນັ້ນ, ສອງຝ່າຍໄດ້ມີການເຊັນບົດບັນທຶກມອບ-ຮັບເອກະສານແບບແຜນຜັງເຕັກນິກຂອງໂຄງການປຸກສ້າງຫໍສະພາແຫ່ງຊາດລາວ ຈຳນວນ 19 ແກັດ.

(ນາງ ອາລິນ ສຸພິມມະປະດິດ)