(ສພຊ) – ຕອນສວາຍວັນທີ 21 ມັງກອນນີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບປະຕິທິນກົດໝາຍ ປີ 2026 ໃຫ້ແກ່ສະພາແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນການເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ຊຸມຊົນໃນ ສປປລາວ ກ່ຽວກັບກົດໝາຍ ແລະ ລະບຽບການ, ເວົ້າສະເພາະທີ່ກ່ຽວກັບສິດ ແລະ ພັນທະຂອງພົນລະເມືອງລາວ ໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທຳມະຊາດ; ປະຕິທິນທີ່ນຳມາມອບໃນຄັ້ງນີ້ ມີແບບແຂວນຝາ 2,000 ສະບັບ ແລະ ແບບຕັ້ງໂຕະ 50 ສະບັບ. ກ່າວມອບໂດຍທ່ານ ນາງ ວະນິດາ ຄວງວິຈິດ ຫົວໜ້າກອງເລຂາກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແລະ ກ່າວຮັບໂດຍທ່ານ ນາງ ດາວເພັດ ສີຫາວົງ ຫົວໜ້າກົມການເງິນ, ຫ້ອງວ່າການສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ນາງ ດາວເພັດ ສີຫາ ວົງ ໄດ້ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນມອບປະຕິທິນ.

(ນາງ ໄຊໂສພາພອນ ມິ່ງມຸງຄຸນ)

