ມອບ-ຮັບໜ້າທີ່ຂອງບັນດາຄະນະກຳມະການ ແລະ ເລຂາທິການສະພາປະຊາຊົນແຂວງຫລວງນ້ຳທາ

​ກ.ກ. 18, 2025

ເພື່ອເຮັດໃຫ້ກົງຈັກການຈັດຕັ້ງພາຍໃນສະພາປະຊາຊົນແຂວງຫລວງນ້ຳທາ(ສພຂ) ໃຫ້ເປັນລະບົບ ໃນຕອນແລງວັນທີ 17 ກໍລະກົດ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີມອບ-ຮັບໜ້າທີ່ຂອງບັນດາຄະນະກຳມະການ ແລະ ເລຂາທິການ ສພຂ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານ ສພຂ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ,ສະມາຊິກສະພາປະຊາຊົນແຂວງ,ຫົວໜ້າສອງກຳລັງ ປກຊ-ປກສ, ຄະນະຈັດຕັ້ງແຂວງ, ຂົງເຂດຕຸລາການ, ຫົວໜ້າ,ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ 36 ທ່ານ,

ກອງປະຊຸມທ່ານກົງເພັດ ແກ້ວບົວພາໄດ້ຜ່ານມະຕິຂອງຄະນະປະຈໍາ ສພຂ ວ່າດ້ວຍ ການຍົກຍ້າຍ ບຸກຄະລາກອນຂອງສະພາປະຊາຊົນແຂວງ ໄປຮັບໜ້າທີ່ໃໝ່ເຊິ່ງຄະນະປະຈຳສະພາປະຊາຊົນແຂວງຫຼວງນໍ້າທາ ຕົກລົງ: ຍົກຍ້າຍ ທ່ານ ນາງ ເກສອນ ແສງຍະວົງ ກຳມະການຄະນະປະຈຳ ສພຂ, ປະທານຄະນະ ກຳມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສພຂ ໄປຮັບໜ້າທີ່ໃໝ່ຢູ່ສະຫະພັນ ແມ່ຍິງແຂວງ; ຍົກຍ້າຍ ທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈຳ ສພຂ, ເລຂາທິການ ສພຂ ໄປຮັບໜ້າທີ່ໃໝ່ ຢູ່ຄະນະກຳມະການ ວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສພຂ ແລະ ຍົກຍ້າຍ ທ່ານ ຈັນທະສຸລິນ ໝັ້ນປະດິດ ກຳມະການຄະນະປະຈຳ ສພຂ, ປະທານຄະນະ ກຳມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ຄະນະເລຂາທິການ ສພຂ; ຜ່ານມະຕິມະຕິ ຂອງຄະນະປະຈຳ ສພຂ ວ່າດ້ວຍ ແຕ່ງຕັ້ງບຸກຄະລາກອນ ພາຍໃນ ສພຂ ໂດຍແຕ່ງຕັ້ງ ທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈຳ ສພຂ, ເປັນປະທານຄະນະກຳມະການ ວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ; ທ່ານ ຈັນທະສຸລິນ ໝັ້ນປະດິດ ກຳມະການຄະນະປະຈຳ ສພຂ, ເປັນເລຂາທິການ ສພຂ; ແຕ່ງຕັ້ງ ທ່ານ ພັທ ບຸນສົມ ທຳມະວົງ ຮອງປະທານຄະນະກຳມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເປັນກຳມະການຄະນະປະຈຳສະພາປະຊາຊົນແຂວງ ແລະ ແຕ່ງຕັ້ງໃຫ້ເປັນປະທານຄະນະກຳ ມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສພຂ ແລະ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ.

ໂອກາດນີ້ ຍັງໄດ້ຮັບຟັງຄໍາເຫັນໂອລົມຂອງທ່ານ ຄໍາຟອງ ອິນມານີ ເຊິ່ງການປັບປຸງກົງຈັກການຈັດຕັ້ງນີ້ມີຄວາມຈຳເປັນ ແລະ ສຳຄັນຫລາຍ ແລະ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາທ່ານທີ່ໄດ້ຮັບໜ້າທີ່ໃໝ່ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ໃນການຍົກຍ້າຍນີ້ແມ່ນໜ້າທີ່ການເມືອງອັນມີກຽດທີ່ຕ້ອງໄດ້ປະຕິບັດ, ພ້ອມທັງ ຮຽກຮ້ອງໃຫ້ບັນດາທ່ານສືບຕໍ່ນຳພາ-ຊີ້ນໍາວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດໃຫ້ມີໃບໜ້າໃໝ່ ສໍາຄັນແມ່ນໃຫ້ມີຄວາມສາມັກຄີ, ສຶກສາ ອົບຮົມການເມືອງແນວຄິດໃຫ້ມີຄວາມສະງົບ ທັງນີ້ ເພື່ອເຮັດໃຫ້ວຽກງານພາຍໃນສະພາປະຊາຊົນແຂວງ ມີຜົນສໍາເລັດຍິ່ງຂຶ້ນກວ່າເກົ່າ.