(ສພຊ) – ຕອນບ່າຍວັນພະຫັດທີ 14 ສິງຫາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ແກ່ບັນດາບໍລິສັດທີ່ອຸປະຖຳກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX, ຕາງໜ້າມອບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ແລະ ຕາງໜ້າຮັບໂດຍທ່ານ ສີ ກົວເສີງ ຜູ້ອຳນວຍການບໍລິສັດ ລາວຄິວໄຫ ເຕັກໂນໂລຊີ ວິສະວະກຳ ຈຳກັດ, ຕາງໜ້າບໍລິສັດ ຮຸ່ງອາລຸນ ບໍ່ແຮ່ ຈຳກັດ ແລະ ບໍລິສັດ ໄທຢວນ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ປອ. ອາຄົມ ປຣະເສີດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາບໍລິສັດທີ່ອຸປະຖຳໃນຄັ້ງນີ້ ທັງແຈ້ງໃຫ້ຊາບກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ໃນຕົ້ນປີ 2026.


(ນາງ ກຸກກິກ ບຸດດາໄຊ)