ມອບ-ຮັບເງິນຊ່ວຍເຫຼືອຈາກກອງທຶນຊ່ວຍເຫຼືອສັງຄົມ

ມ.ຖ. 27, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 27 ມິຖຸນາ 2024 ທີ່ສະພາແຫ່ງຊາດ, ທ່ານ ນາງ ດຣ. ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ມອບເງິນຈຳນວນ 192.66 ລ້ານກີບ ໃນນີ້, ສະພາແຫ່ງຊາດ 50 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ, ພະແນກສາທາລະນະສຸກແຂວງວຽງຈັນ 42.66 ລ້ານກີບ ເພື່ອນຳໄປມອບຕໍ່ໃຫ້ແກ່ສູນບຳບັດຢາເສບຕິດໂພນໂຮງ ແລະ ແຂວງບໍລິຄຳໄຊ 100 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກພາຍຸພັດເຂົ້າເມືອງຄຳເກີດ; ຕາງໜ້າຮັບມີທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິ ການສະພາແຫ່ງຊາດ, ທ່ານ ບຸນສອນ ເພັດດາວັນ ປະທານສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ປອ. ສຸວັນນີ ໄຊ ຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ.
(ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ)