ມອບ-ຮັບເງິນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 10

​ພ.ຈ. 23, 2025

(ສພຊ) – ວັນທີ 21 ພະຈິກຜ່ານມາ, ສະພາແຫ່ງຊາດ (ສພຊ) ໄດ້ຈັດພິທີມອບ-ຮັບເງິນ 200 ລ້ານກີບ ເພື່ອສະໜັບສະໜູນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ຈາກບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ, ຕາງໜ້າຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ແລະ ຕາງໜ້າມອບໂດຍທ່ານ ຫງວຽນ ແທັງ ດາດ ອຳນວຍການບໍລິສັດດັ່ງກ່າວ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ປອ. ອາຄົມ ປຣະເສີດ ໄດ້ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ບໍລິ ສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນມອບເງິນອຸປະຖຳ.

(ນາງ ກຸກກິກ ບຸດດາໄຊ)