loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ກ.ຍ. 16, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 13 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຮັບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ປະກອບມີ: ໝີ່ໄວໆ 80 ແກັດ, ເຂົ້າ ສານ 6 ເປົາ ແລະ ເງິນສົດຈຳນວນໜຶ່ງ ລວມມູນຄ່າ 19,560,000 ກີບ ຈາກພະແນກອຸດສາຫະກຳ ແລະ ການຄ້າ ນະ ຄອນຫຼວງວຽງຈັນ ມອບໃຫ້ແກ່ ສພຊ ເພື່ອນຳໄປປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ, ຕາງໜ້າມອບແມ່ນທ່ານ ນາງ ທັດດາວອນ ສີກະເສີມຄ່ຽມ ຮອງຫົວໜ້າພະແນກການດັ່ງກ່າວ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ຕອນເຊົ້າຂອງວັນທີ 14 ກັນຍາ, ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກໍາມາທິການບັນດາເຜົ່າ ໄດ້ຮັບເງິນຊ່ວຍເຫຼືອຈາກບັນດານັກທຸລະກິດຟາມລ້ຽງໝູ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ແລະ ແຂວງລຽບແມ່ນໍ້າຂອງ ທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນຢາກິ ໂດຍການກ່າວມອບຂອງທ່ານ ສື ລີ ຕາງໜ້າກຸ່ມກະສິກອນຟາມລ້ຽງໝູ; ໂອກາດດັ່ງກ່າວ, ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຍ້ອງຍໍຊົມເຊີຍທີ່ບັນດານັກທຸລະກິດຟາມລ້ຽງໝູ ໄດ້ນໍາເງິນສົດມາມອບເພື່ອນໍາໄປຊ່ວຍເຫຼືອບັນດາແຂວງທີ່ຖືກຜົນກະ ທົບຈາກໄພພິບັດຄັ້ງນີ້ ເຊິ່ງເປັນການປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະ ແຈ້ງໃຫ້ຮູ້ວ່າ ສະ ພາແຫ່ງຊາດ ໄດ້ແຕ່ງຕັ້ງຄະນະໃຫຍ່ ເພື່ອຈະເຄື່ອນລົງພື້ນທີ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຕາມຈຸດຕ່າງໆ ແລະ ຈະນໍາເອົາເງິນຈໍານວນນີ້ ໄປຊ່ວຍເຫຼືອພໍ່ແມ່ປະຊາຊົນໃຫ້ໄວທີ່ສຸດ.
ເງິນສົດທີ່ນໍາມາມອບໃນຄັ້ງນີ້ ໄດ້ຮັບການປະກອບສ່ວນຈາກກຸ່ມຊາວກະສິກອນຟາມລ້ຽງໝູ ກາເຮີ 30 ລ້ານກີບ, ສູນຄວາມງາມ ບຣູ 92 20 ລ້ານກີບ, ກຸ່ມລ້ຽງໝູຟາມ ຕົວ ລີ ແລະ N&T ນູ ວື ພາກສ່ວນລະ 10 ລ້ານກີບ ລວມທັງໝົດ 70 ລ້ານກີບ.
(ນາງ ກຸກກິກ ບຸດດາໄຊ ແລະ ສອນສັກ ວັນວິໄຊ)