ມອບ-ຮັບນ້ຳດື່ມ ສະໜັບສະໜູນກອງປະຊຸມສະໄໝວິສາມັນເທື່ອທີ 2

ມ.ຖ. 17, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 14 ມີນານີ້ ທີ່ຫ້ອງຮັບແຂກຕຶກເລຂາທິການສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບນ້ຳດື່ມ ມິນີໂຣ ເພື່ອສະໜັບສະໜູນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ຈຳນວນ 150 ຫີບ ມູນຄ່າ 30 ລ້ານກີບ ຈາກກຸ່ມບໍລິສັດ DSK ຈຳກັດ, ໂດຍການກ່າວມອບຂອງທ່ານ ນາງ ພອນສະຫວັນ ແສນບຸດຕະລາດ ຜູ້ຊ່ວຍວຽກບໍລິຫານຂອງກຸ່ມບໍລິສັດດັ່ງກ່າວ, ຕາງໜ້າກ່າວຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)