(ສພຊ) – ໃນວັນທີ 12 ມິຖຸນາ 2024 ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບນໍ້າດື່ມແຮ່ທາດມິນີໂຣ ຈຳນວນ 500 ແພັກ ລວມມູນຄ່າ 20 ລ້ານກີບ ແລະ ນ້ຳດື່ມແຮ່ທາດ ພີມຽມ ຈຳນວນ 200 ແພັກ ລວມມູນຄ່າ 40 ລ້ານກີບ ຈາກໂຮງງານນໍ້າດື່ມແຮ່ທາດ ມິນີໂຣ ແລະ ນໍ້າໝາກໄມ້ ຈຳກັດ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX, ຕາງໜ້າມອບໂດຍທ່ານ ນາງ ພອນໄພລິນ ທອງສີ ຜູ້ຈັດການການຂາຍ ແລະ ການຕະຫຼາດ ຂອງໂຮງງານດັ່ງກ່າວ, ຕາງໜ້າຮັບໂດຍທ່ານ ປອ. ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດດັ່ງກ່າວ, ທ່ານ ປອ. ບຸນທັນ ບຸນວິໄລ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍໍຍ້ອງຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ໂຮງງານນໍ້າດື່ມແຮ່ທາດ ມິ ນີໂຣ ແລະ ນໍ້າໝາກໄມ້ ຈຳກັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.

(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)