ມອ​ບ-ຮັບ​ຊຸດ​ອຸ​ປະ​ກອນ​ຫ້ອງ​ປະ​ຊຸມ ຈາກ​ບໍ​ລິ​ສັດ ອຸດສາຫະກຳ ຈົ່ງຈູ້ ລາວ ຈຳກັດ

ສ.ຫ. 8, 2022 | SlideMobile

(ສ​ພ​ຊ) ຕອນ​ເຊົ້າ​ວັນ​ທີ 8 ສິງ​ຫາ 2022 ບໍລິສັດ ອຸດສາຫະກຳ ຈົ່ງຈູ້ ລາວ ຈຳກັດ ໄດ້​ມອບ​ຊຸດອຸ​ປະ​ກອນ​​ຫ້ອງ​ປະ​ຊຸມ ໃຫ້​​ສະ​ພາ​ແຫ່ງ​ຊາດ ເພື່ອມອບ​ຕໍ່​ໃຫ້​ສະ​ພາ​ປະ​ຊາ​ຊົນ​ແຂວງ​ສາ​ລ​ະ​ວັນ.
ອຸ​ປະ​ກອນ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ປະ​ກອບ​ມີ​ເຄື່ອງ​ແມ່​ລະ​ບົບ​ໄມ 1 ໜ່ວຍ, ໄມ​ສ​ຳ​ລັບ​ປະ​ທານ 1 ອັນ, ໄມສ​ຳ​ລັບ​ຜູ້​ເຂົ້າ​ຮ່ວມ 40 ອັ​ນ ແລະ ສາຍຕໍ່ 3 ກໍ້ ລວມ​ມູນ​ຄ່າ 7.000 ໂດ​ລ​າ ຫລື ປ​ະ​ມານ 107 ລ້ານກວ່າ​ກີບ ໂດຍ​ແມ່ນ​ທ່ານ ຢາງ ຊິງ ຫລົງ ປະ​ທານ​ບໍ​ລິ​ສັດ ອຸດສາຫະກຳ ຈົ່ງຈູ້ ລາວ ຈຳກັດ ເປັນ​ຜູ້ມອບ ແລະ ຮັບ​ໂດຍ ທ່ານ ນາງ ປິ່ງ​ຄຳ ລາ​ຊະ​ສິມ​ມາ ເລ​ຂາ​ທິ​ການ​ສະ​ພາ​ແຫ່ງ​ຊາດ ເຊິ່ງ​ມີພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັ​ກ​ຂີ​ພິ​ຍານ.
ໂອ​ກາດ​ດັ່ງ​ກ່າວ, ​ຕາງ​ໜ້າ​ໃຫ້​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ທ່ານ ນາງ ປິ່ງ​ຄຳ ລາ​ຊະ​ສິມ​ມາ ຍັງ​ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ທ່ານ ຢາງ ຊິງ ຫລົງ ເນື່ອງ​ຈາກ​ມີ​ຜົນ​ງານ​ດີ​ເດັ່ນ ໃນ​ການ​ປະ​ກອບ​ສ່ວ​ນ​ຊ່ວຍ​ເຫລືອຊຸດ​ອຸ​ປະ​ກອນ​ຫ້ອງ​ປະ​ຊຸມ​ໃນ​ຄັ້ງ​ນີ້.
ພ້ອມ​ດຽວ​ກັນ​ນ​ີ້, ທ່ານ ນາງ ປິ່ງ​ຄຳ ລາ​ຊະ​ສິມ​ມາ ​ກໍໄດ້ມອບ​ຕໍ່​ອຸ​ປະ​ກອນ​ດັ່ງ​ກ່າວ ​ໃຫ້​ສະ​ພາ​ປະ​ຊາ​ຊົນ​ແຂວງ​ສາ​ລະ​ວັນ ​ ເຊິ່ງ​ຕາງ​ໜ້າ​ຮັບໂດຍ​ທ່ານ ສີ​ເຮັງ ຫອມ​ສົມ​ບັດ ປ​ະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ສາ​ລະ​ວັນ ເພື່ອ​ໃຫ້​ນຳ​ເອົາ​ອຸ​ປະ​ກອນທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້ ປະ​ກອບ​ເຂົ້າ​ໃນ​ຫ້ອງ​ປະ​ຊຸມ ​ຮັບ​ໃຊ້​ໃຫ້​ແກ່ວຽກ​ງານ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ ໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ.
(ພາບ ແລະ ຂ່າວ: ນາງ ປາ​ກາ​ລັກ ພົມ​ມີ​ໄຊ)